ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ປະຈຳປີ 2024

Nov 29, 2024

ວັນທີ 29 ພະຈິກນີ້ ຢູ່ພັດຕະຄານຊົມວິວ ເມືອງວັງວຽງ ແຂວງວຽງຈັນ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ໄດ້ເປີດກອງປະຊຸມເຜີຍແຜ່ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ປະຈຳປີ 2024 ແລະ ທາບທາມຮ່າງ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ຫົວໜ້າກອງເລຂາ ຄະນະກຳມະການອະໄພຍະໂທດ ລະດັບຊາດ ຊຶ່ງມີຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ຕາງ ໜ້າສານປະຊາຊົນແຂວງ ພ້ອມດ້ວຍພາກສວ່ນກ່ຽວຂ້ອງ ເຂົ້າ ຮ່ວມ.
ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຂຶ້ນເຜີຍແຜ່ ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ຜ່ານບົດສະຫຼຸບຕີລາຄາຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ລະດັບຊາດ ປະຈຳປີ 2023 ທີ່ຜ່ານມາ. ຫຼັງຈາກນັ້ນ, ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ສະເໜີຈຸດປະສົງຂອງການປັບປຸງລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ເພື່ອໃຫ້ຜູ້ແທນກອງທີ່ເຂົ້າຮ່ວມປະຊຸມ ແລກປ່ຽນປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ 12 ຫົວຂໍ້ທີ່ສໍາຄັນ ເພື່ອເປັນບ່ອນອີງ ໃນການຄົ້ນຄວ້າ, ປັບປຸງໃຫ້ສົມບູນ ແລະ ເປັນລະບົບຄົບຖ້ວນ ເຂົ້າສູ່ພາກປະຕິບັດ ໃຫ້ສອດຄ່ອງກັບຄວາມເປັນຈິງ ການຮ່າງກົດໝາຍສະບັບນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ກ່ຽວກັບການ ສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເປັນລັດທີ່ຖືກົດໝາຍ ຍົກ ສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດ ໝາຍ ຢູ່ ສປປ ລາວ ໃນຕໍ່ໜ້າ ແລະ ຍາວນານ ເພື່ອເຮັດໃຫ້ສັງ ຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເສດຖະກິດມີການຂະຫຍາຍຕົວ, ແກ້ໄຂຂໍ້ຂັດແຍ່ງທີ່ມີໃນສັງຄົມ ຕາມຂະບວນຍຸຕິທຳ ໃຫ້ຖືກຕ້ອງເປັນທຳ ຕາມກົດໝາຍ.
ໃນໂອກາດດັ່ງກ່າວ ປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ຄະນະຜູ້ແທນກອງປະຊຸມ ທີ່ໄດ້ຍົກສູງຄວາມຮັບຜິດ ຊອບຄົ້ນຄວ້າ ໃນການປະກອບຄຳເຫັນຢ່າງຕັ້ງໜ້າ ແລະ ກົງໄປກົງມາ ເຮັດເນື້ອໃນກົດໝາຍຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສ່ອງແສງເຖິງແນວທາງຂອງພັກ, ມີລັກສະນະຊາດ, ລັກສະນະວິ ທະຍາສາດ, ລັກສະນະສາກົນ ສອດຄ່ອງກັບສະພາບຄວາມເປັນ ຈິງໃນສະເພາະໜ້າ ແລະ ຍາວນານ ຊຶ່ງບົດຮຽນດັ່ງກ່າວ ຈະເປັນພື້ນຖານອັນສໍາຄັນເຂົ້າໃນການຄົ້ນຄວ້າ ແລະ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ດໍາເນີນໄປ ດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ-ພາບ: ແສງພະຈັນ