ກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານວຽກງານກວດກາພັກ,ກວດກາລັດ,ຄໍາຮ້ອງ-ຄຳສະເໜີ ແລະ ຕ້ານການສໍ້ລາດບັງ ຫຼວງໃຫ້ໜ່ວຍພັກຮາກຖານສະມາຊິກພັກ ແລະ ຜູ້ເຮັດວຽກງານກວດກາຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ(ຖວທ) ນະຄອນຫຼວງ ວຽງຈັນ (ນວ) ຈັດຂຶ້ນວັນທີ 31 ມັງກອນ 2025 ທີ່ ພະແນກດັ່ງກ່າວ, ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ.
ໃນການເຜີຍແຜ່ໃນຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ, ມະຕິວ່າດ້ວຍການເພີ່ມທະວີວຽກງານຕິດຕາມ ກວດກາ ສະກັດກັ້ນ ແລະຕ້ານການ ສໍ້ລາດບັງຫຼວງໃນເງື່ອນໄຂໃໝ່ສະບັບເລກທີ 02/ຄບສພ ລົງວັນທີ 31 ພຶດສະພາ 2012 ວຽກງານຄົ້ນຄວ້າແກ້ ໄຂຄຳຮ້ອງຟ້ອງ ຮ້ອງທຸກ ແລະ ຄຳສະເໜີ, ຄວາມຮູ້ພື້ນຖານກ່ຽວກັບວຽກ ງານກວດກາລັດ ຄຳສັ່ງແນະນຳເລັກທີ 169/ຄລສພ ລົງວັນທີ 15 ສິງຫາ 2022ວ່າດ້ວຍການເພີ່ມທະວີນຳພາ-ຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແກ້ໄຂຜົນຂອງການກວດກາດຳລັດເລກທີ01/ລບ ລົງວັນທີ 6 ມັງກອນ 2015 ວ່າດ້ວຍການຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ຄວາມຮູ້ພື້ນຖານກ່ຽວກັບການ ກວດກາພັ ຄຳແນະນຳເລກທີ 194/ຄກສພ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ຄະນະກວດ ກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ ແລະ ຮັບຟັງ ມະຕິເລກທີ 022/ຄບສພ ລົງວັນທີ 13 ມັງກອນ 2017 ວ່າດ້ວຍການແກ້ ໄຂປະກົດການອາດຍາສິດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງ ດຳລັດເລກທີ 159/ລບ ລົງວັນທີ 4 ມິຖຸນາ 2013 ວ່າດ້ວຍການແຈ້ງຊັບສິນ.
Cr: ວຽງຈັນໃຫມ່





