ພິທີດັ່ງກ່າວ, ຈັດຂຶ້ນ ໃນວັນທີ 3 ກຸມພາ 2025 ທີ່ໂຮງ ແຮມ Crowne Plaza, ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີ ກະຊວງຍຸຕິທໍາ; ມີບັນດາຄູ່ ຮ່ວມງານທີ່ສຳຄັນ ຄື: ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະຖາບັນຍຸຕິທຳແຫ່ງຊາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ສະພາທະນາຍຄວາມລາວ ພ້ອມທັງແຂກຖືກເຊີນເຂົ້າຮ່ວມ ທັງໝົດ 55 ທ່ານ, ຍິງ 22 ທ່ານ.
ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ຍົກ ໃຫ້ເຫັນການຈັດຕັ້ງປະຕິບັດໂຄງການໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເຂົ້າເປັນພາຄີ, ໃນນັ້ນ ມີສັນຍາປາຣີ ແລະ ຕອບສະໜອງເປົ້າໝາຍຂອງປະເທດໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ໄດ້ 60% ໃນປີ 2030. ການຮ່ວມມືລະຫວ່າງບັນດາອົງການລັດ, ຜູ້ຊ່ຽວຊານດ້ານກົດໝາຍ ແລະ ຄູ່ຮ່ວມມືສາກົນ ເພື່ອບັນລຸເປົ້າໝາຍດັ່ງ ກ່າວຮ່ວມກັນ.
ການເຜີຍແຜ່ດັ່ງກ່າວ ເປັນຈຸດເລີ່ມຕົ້ນຂອງແຜນປະຕິບັດ ງານປະຈໍາປີ 2025 ເພື່ອແນໃສ່ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍສິ່ງແວດລ້ອມ ແລະ ຊຸກຍູ້ຄວາມຍຸຕິທໍາທາງດ້ານ ດິນຟ້າອາກາດໃນທົ່ວ ສປປ ລາວ. ໂຄງການມີງົບປະມານທັງໝົດ 4 ລ້ານເອີໂຣ ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງ ທາງດ້ານກົດໝາຍ ແລະ ການພັດທະນາແບບຍືນຍົງ. ໂຄງການໄດ້ສ້າງຄວາມອາດສາມາດ ຂອງ ສະຖາບັນກ່ຽວກັບ ມາດຕະຖານສິ່ງແວດລ້ອມ, ປູກຈິດສຳນຶກ ແລະ ຈັດຕັ້ງປະຕິບັດຂໍ້ລິເລີ່ມທີ່ສົ່ງເສີມການເຄົາ ລົບ ແລະ ການບັງຄັບ ໃຊ້ກົດໝາຍສິ່ງແວດລ້ອມ ເພື່ອແກ້ໄຂສິ່ງທ້າທາຍທາງດ້ານສິ່ງແວດລ້ອມອັນຮີບດ່ວນ ເຊັ່ນ: ການທຳລາຍປ່າໄມ້, ການສູນເສຍຊີວະນາໆພັນ ແລະ ຜົນກະທົບທີ່ເພີ່ມຂຶ້ນຂອງການປ່ຽນແປງດິນຟ້າອາກາດ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊຸມ ຊົນ ທີ່ມີຄວາມສ່ຽງໃນທົ່ວປະເທດ.
ໃນພິທີ ໄດ້ລາຍງານແຜນການຈັດຕັ້ງປະຕິບັດ ໂຄງການ JuSTICE ໃນປີ 2025 ໂດຍມີບັນດາຄູ່ ຮ່ວມງານທີ່ສຳຄັນຄື: ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະ ຖາບັນຍຸຕິທຳແຫ່ງຊາດ, ສະ ພາທະນາຍຄວາມລາວ ແລະ ກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອສ້າງຄວາມເຂັ້ມແຂງດ້ານຄວາມຍຸຕິທໍາທາງດ້ານສິ່ງແວດລ້ອມ ໃນ ສປປ ລາວ. ແຜນປະຕິບັດງານດັ່ງກ່າວລວມມີການຝຶກອົບຮົມສະເພາະ ສໍາລັບຜູ້ພິພາກສາ, ໄອຍະການ ແລະ ທະນາຍຄວາມ; ຂໍ້ລິເລີ່ມການສ້າງຈິດສຳນຶກໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ພາກ ສ່ວນກ່ຽວຂ້ອງຮັບຮູ້ມາດຕະຖານສິ່ງແວດລ້ອມ ແລະ ສ້າງຄວາມ ເຂັ້ມແຂງໃຫ້ແກ່ກົນໄກການບັງຄັບໃຊ້ ແລະ ຮັບປະກັນໃຫ້ໄດ້ຮັບໝາກຜົນທີ່ເປັນຈິງ.
ນອກຈາກນີ້, ທ່ານ ນ. ນາທາລີ ບຼາທ໌ ( Ms. Nathalie BRAT) ຫົວໜ້າຝ່າຍຮ່ວມມືຂອງສະຖານທູດ ຝຣັ່ງ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນເນັ້ນໜັກເຖິງການຮ່ວມມືຢ່າງເຂັ້ມແຂງຂອງປະເທດຝຣັ່ງ ແລະ ສປປ ລາວ ລວມທັງຄໍາໝັ້ນສັນຍາຕໍ່ກັບຄວາມຍຸຕິທໍາທາງດ້ານສິ່ງແວດລ້ອມ ໂດຍເນັ້ນໜັກໃສ່ຄວາມສໍາຄັນຂອງການສົ່ງເສີມ ຄຸ້ມຄອງ ແລະ ຮັບປະກັນການເຂົ້າເຖິງຄວາມຍຸຕິທໍາທາງດ້ານສິ່ງແວດລ້ອມ ຊຶ່ງສະທ້ອນໃຫ້ເຫັນເຖິງວິໄສທັດຮ່ວມ ກັນ ໃນການແກ້ໄຂສິ່ງທ້າທາຍທາງດ້ານສິ່ງແວດ ລ້ອມໃນທົ່ວໂລກ ແລະ ທ້ອງຖິ່ນ ໂດຍການເສີມຂະຫຍາຍລະ ບຽບກົດໝາຍທາງດ້ານສິ່ງແວດລ້ອມ.
ແຜນປະຕິບັດງານດັ່ງກ່າວໄດ້ໜັກເຖິງການຮັບມືກັບສິ່ງທ້າ ທາຍ 2 ດ້ານໃນການແກ້ໄຂບັນຫາການປ່ຽນ ແປງດິນຟ້າອາກາດ ແລະ ການເຊື່ອມໂຊມຂອງສິ່ງແວດລ້ອມ ເພື່ອຮັບປະກັນຄວາມຍຸຕິທຳ ແລະ ຄວາມຍືນຍົງໃຫ້ ແກ່ຄົນຮຸ່ນຫຼັງ.
ກະຊວງຍຸຕິທໍາ, ໄດ້ຮັບການສະຫນັບສະຫນູນຈາກປະເທດຝຣັ່ງ ໂດຍຜ່ານອົງການຝຣັ່ງເພື່ອການພັດທະ ນາ (AFD), ໄດ້ຈັດພິທີເຜີຍແຜ່ແຜນປະຕິບັດງານປະຈໍາປີ 2025 ຂອງໂຄງການ JuSTICE ເພື່ອສ້າງຄວາມຮູ້ກ່ຽວກັບວຽກງານຍຸຕິທໍາທາງດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ອົງປະກອບ 4 (CEJ).
ພາບ: ຊາຍພິມພອນ ສີຣິວົງໄຊ
ຂ່າວ: ກົມຮ່ວມມືສາກົນ, ກະຊວງຍຸຕິທຳ






