ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ

Aug 7, 2024

ແຂວງຫົວພັນ ຈັດກອງປະຊຸມເຜີຍແຜ່ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບ 2024-2028 ໃຫ້ພະນັກງານ-ລັດຖະກອນຫລັກແຫລ່ງອ້ອມຂ້າງແຂວງ ໃນວັນທີ 7 ສິງຫາ 2024 ທີ່ຫໍວັດທະນະທຳແຂວງ ໂດຍເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ, ຊີ້ນຳວຽກງານແນວຄິດທິດສະດີຂັ້ນແຂວງ, ມີບັນດາການນຳແຂວງ, ພະແນກການ, ກົມກອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ເພີດ ມາປັນຍາ ໄດ້ຜ່ານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດຈີນ (2024-2028), ຊຶ່ງລາວ ແລະ ຈີນ ເປັນປະເທດເພື່ອນບ້ານມິດຕະພາບສັງຄົມນິຍົມ ທີ່ມີພູຮ່ວມສາຍ, ມີແມ່ນໍ້າຮ່ວມຍອດ, ມີອະນາຄົດຕິດພັນ ແລະ ມີໂຊກຊາຕາຮ່ວມກັນ. ໃນເດືອນເມສາ 2019 ຜູ້ນໍາສູງສຸດຂອງ 2 ພັກ, 2 ລັດ ໄດ້ຮ່ວມກັນລົງນາມ “ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດຈີນ” ເຊິ່ງໄດ້ກໍານົດ 5 ແຜນປະຕິບັດງານ ໃນໄລຍະ 5 ປີ ໃນການຊຸກຍູ້ການປະສານສົມທົບດ້ານຍຸດທະສາດ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທໍາ, ການເຊື່ອມໂຍງເຊື່ອມຈອດກັນ, ການສ້າງສະຖຽນລະພາບ ແລະ ຄວາມໝັ້ນຄົງທາງການເມືອງ, ການແລກປ່ຽນດ້ານວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ, ຊຸກຍູ້ການພັດທະນາສີຂຽວ ແລະ ການພັດທະນາແບບຍືນຍົງ ຊຶ່ງໄດ້ເປີດສັງກາດໃໝ່ ແຫ່ງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.
ໃນໄລຍະ 5 ປີຜ່ານມາ, ພາຍໃຕ້ທິດນໍາທາງດ້ານຍຸດທະສາດຂອງການນໍາຂັ້ນສູງສຸດຂອງ 2 ພັກ, 2 ລັດ, ສອງຝ່າຍໄດ້ຍຶດຖືການຮ່ວມມືດ້ວຍຄວາມໄວ້ເນື້ອເຊື່ອໃຈກັນ, ຮ່ວມກັນສະແຫວງຫາການພັດທະນາ, ຊ່ວຍເຫລືອກັນດ້ວຍຄວາມຈິງໃຈ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍ, ປະຕິບັດຕາມເນື້ອໃນຈິດໃຈ ແຫ່ງການສ້າງຄູ່ຮ່ວມຊາຕາກໍາຢ່າງແທ້ຈິງ ໃນການຜະເຊີນກັບການລະບາດ ຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນຮອບສັດຕະວັດ ໃນທົ່ວໂລກ, ສອງຝ່າຍຍັງໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ໂດຍໄດ້ມີການປະຕິບັດມາດຕະການຕົວຈິງ ໃນການປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນສອງຊາດ. ຕໍ່ຄວາມມຸ່ງມາດປາຖະໜາຮ່ວມຂອງປະຊາຊົນສອງຊາດ, ສອງຝ່າຍ ໄດ້ຈັບມືຄຽງບ່າຄຽງໄຫລ່ ຮ່ວມກັນກ້າວໄປສູ່ສັງກາດໃໝ່ ຂອງການພົວພັນຮ່ວມມື ທີ່ມີຄຸນນະພາບສູງ ລະຫວ່າງ ສອງປະເທດ, ໂດຍສະເພາະ ໄດ້ຖືເອົາເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງໄມຕີຈິດມິດຕະພາບ ລະຫວ່າງ ປະຊາຊົນ 2 ຊາດ ລາວ-ຈີນ ນໍາເອົາຄວາມຮັ່ງມີຜາສຸກຢ່າງຫລວງຫລາຍມາສູ່ 2 ປະເທດ ແລະ ປະຊາຊົນ 2 ຊາດ.
ຕໍ່ໜ້າສະພາບແວດລ້ອມສາກົນທີ່ສະຫລັບຊັບຊ້ອນ, ສອງຝ່າຍ ໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ສາມັກຄີຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງເດັດດ່ຽວ ໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດອັນເປັນແກ່ນສານຂອງກັນ ແລະ ກັນ ເພື່ອໃຫ້ກາຍເປັນຕົວແບບໃນການສ້າງການພົວພັນສາກົນແບບໃໝ່.
ເພື່ອກໍານົດທິດທາງລວມ ແລະ ຫລັກການ ໃນການເສີມຂະຫຍາຍສາຍພົວພັນລະຫວ່າງ 2 ພັກ, 2 ລັດ ໃນໄລຍະຕໍ່ໜ້າ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ ບົນພື້ນຖານຍຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງການເມືອງ, ມີຜົນປະໂຫຍດຮ່ວມກັນ ທາງດ້ານເສດຖະກິດ, ຊ່ວຍເຫລືອ ແລະ ປົກປ້ອງກັນທາງດ້ານຄວາມໝັ້ນຄົງ, ເຂົ້າອົກເຂົ້າໃຈ ແລະ ໃກ້ຊິດກັນ ທາງດ້ານວັດທະນະທໍາ-ສັງຄົມ, ຢູ່ຮ່ວມກັນ ແລະ ຄຸ້ມຄອງຮ່ວມກັນທາງດ້ານລະບົບນິເວດ ແລະ ສິ່ງແວດລ້ອມ, ສອງຝ່າຍ ເຫັນດີເປັນເອກະພາບກັນ ໃນການສືບຕໍ່ລົງນາມ ແລະ ຈັດຕັ້ງປະຕິບັດແຜນແມ່ບົດສະບັບໃໝ່ ທີ່ມີກຳນົດ 5 ປີ ເພື່ອພ້ອມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ມີຄຸນນະພາບສູງ, ມີລະດັບສູງ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນຕົວແບບ ໃນການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດໂລກ.
ຂ່າວ-ພາບ: ໄອແກ້ວ