ກອງປະຊຸມເຜີຍແຜ່ແຜນວຽກອະນຸກຳມະການໂຄສະນາ, ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ສະເຫລີມສະຫລອງ 3 ວັນປະຫວັດສາດ ປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ຈັດຂຶ້ນໃນວັນທີ 8 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ.
ໃນໂອກາດນີ້, ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ການສະເຫລີມສະຫລອງ 3 ວັນປະຫວັດສາດຂອງພັກ ແລະ ຂອງຊາດ ປີ 2025 ໃຫ້ບັນລຸຜັນຕາມຈຸດປະສົງຄາດໝາຍທີ່ກຳນົດໄວ້, ຄະນະຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງ ວັນປະຫວັດ ອອກຄໍາແນະນໍາ ໂດຍມີຈຸດປະສົງຄາດໝາຍ ເພື່ອທົບທວນຫວນຄືນມູນເຊື້ອແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນ ໝາກຜົນຕົວຈິງ ທີ່ພັກປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫລອດໄລຍະ 70 ປີ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫລອດ 50 ປີ ແລະ ຜົນງານ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ໃນໄລຍະການປະຕິວັດ ປົດປ່ອຍຊາດ ແລະ ໄລຍະປົກປັກຮັກສາ ສ້າງສາພັດທະນາປະເທດຊາດ; ເພື່ອຍູ້ແຮງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕ້ອນຮັບສາມວັນປະຫວັດສາດ ໃນຂອບເຂດທົ່ວປະເທດ ໂດຍຕິດພັນກັບຂະບວນການກະກຽມປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕ່າງໆ ໂດຍຜ່ານຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນ ນະບົດ, ແກ້ໄຂຄວາມທຸກຍາກ, ວຽກງານສາມສ້າງ ສາມາດເສີມ ຂະຫຍາຍບົດຮຽນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ພ້ອມນີ້, ເພື່ອສະຫລຸບຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບ ຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ຂໍ່ານັບຮັບຕ້ອນສາມວັນປະຫວັດສາດໃນຂອບເຂດທົ່ວປະເທດ ເພື່ອຊອກໃຫ້ເຫັນຕົວແບບທີ່ດີເດັ່ນກ້າວໜ້າ, ບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ ທາງດ້ານວັດຖຸທຶນຮອນ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.






