ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງທາງເພດຜ່ານທາງອອນລາຍ

Dec 9, 2025

ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະ ເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ.
ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ມີຄຳເຫັນວ່າ: ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງທາງເພດຜ່ານທາງອອນລາຍ ຄັ້ງນີ້ ຈັດຂຶ້ນໃນໂອກາດ 16 ວັນ ແຫ່ງການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງວັນທີ 25 ພະຈິກ ຊຶ່ງຫົວຂໍ້ໃນປີ 2025 ແມ່ນຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ, ເປັນຫົວຂໍ້ທີ່ສໍາຄັນ ໂດຍສະເພາະໃນຂະນະທົ່ວໂລກ ກໍຄືໃນຂົງເຂດອາຊຽນ ແລະ ປະເທດລາວ ພວມປະເຊີນໜ້າກັບສິ່ງທ້າທາຍທັງໃນຮູບແບບເກົ່າ ແລະ ໃໝ່ ທີ່ມາພ້ອມກັບຄວາມກ້າວໜ້າດ້ານດີຈິຕອນ. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງສາມາດເກີດຂຶ້ນໄດ້ທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ, ແລະ ລະດັບການສຶກສາ, ແມ່ຍິງທີ່ເປັນກຸ່ມສ່ຽງກວ່າໝູ່ ແມ່ນແມ່ຍິງທີ່ທຸກຍາກ, ແມ່ຍິງຢູ່ຊົນນະບົດ, ແມ່ຍິງຊົນເຜົ່າ, ແຮງງານເຄື່ອນຍ້າຍ, ແມ່ຍິງທີ່ຢູ່ໃນສະຖານທີ່ກັກຂັງ, ແມ່ຍິງພິການ, ເດັກຍິງ, ແມ່ຍິງທີ່ມີອາຍຸສູງ ຫຼື ແມ່ຍິງອົບພະຍົບທີ່ຖືກສົ່ງກັບປະເທດໃນເຂດທີ່ມີການປະທະກັນດ້ານອາວຸດ. ອີງຕາມການສຶກສາຂອງສາກົນເຫັນວ່າ: ໃນທົ່ວໂລກ ມີແມ່ຍິງ 1 ໃນ 3 ຄົນເຄີຍຖືກຄວາມຮຸນແຮງ, ສ່ວນຢູ່ປະເທດລາວມີກໍລະນີສຶກສາເຫັນວ່າ: ແມ່ຍິງ 30% ໄດ້ບອກວ່າເຄີຍຖືກຄວາມຮຸນແຮງ ຢ່າງໜັອຍໜຶ່ງໃນ 3 ປະເພດຄວາມຮຸນແຮງໃນຊີວິດ ທາງຮ່າງກາຍ, ທາງເພດ ແລະ ທາງຈິດໃຈ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ວ່າຈະເປັນດ້ານຮ່າງກາຍ, ຈິດໃຈ, ເສດຖະກິດ ຫຼື ດິຈິຕອນ ເປັນການລະເມີດສິດທິໂດຍພື້ນຖານຂອງແມ່ຍິງ ແລະ ເດັກຍິງ, ເປັນການສ້າງຄວາມບໍ່ປອດໄພ, ຈຳກັດທາງເລືອກ ແລະ ຈຳກັດຄວາມສາມາດໃນການເຄື່ອນໄຫວຂອງເຂົາເຈົ້າ, ເປັນສິ່ງກີດຂວາງການພັດທະນາ, ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເມື່ອເກີດຂຶ້ນແລ້ວແມ່ນມີຜົນກະທົບຍາວນານ ຕໍ່ຕົວແມ່ຍິງ ແລະ ລູກຂອງເຂົາເຈົ້າ, ຕະຫຼອດຮອດຜົນກະທົບຕໍ່ຊຸມຊົນ ແລະ ທົ່ວສັງຄົມ ເພາະແມ່ຍິງທີ່ຖືກຄວາມຮຸນແຮງ ມີຄວາມສ່ຽງມີບັນຫາດ້ານສຸຂະພາບ ເຮັດໃຫ້ຄວາມສາມາດໃນການຫາລ້ຽງຊີບ ແລະ ເຂົ້າຮ່ວມກິດຈະກຳໃນສັງຄົມຂອງເຂົາເຈົ້າຫຼຸດໜ້ອຍລົງ; ສ່ວນລູກກໍມີຄວາມສ່ຽງດ້ານສຸຂະພາບ, ມີບັນຫາການຮຽນ ກາຍເປັນຊັບພະຍາກອນມະນຸດທີ່ຄຸນນະພາບບໍ່ສູງ, ຈະສົ່ງຜົນສະທ້ອນຕໍ່ການຜະລິດໃນຄອບຄົວ ກໍຄືການສ້າງສາພັດທະນາ ຂອງປະເທດຊາດ.
May be an image of dais and text that says 'on n t' May be an image of television and text
ໃນຊຸມປີມໍ່ໆມານີ້, ການປ່ຽນຜ່ານໄປສູ່ຍຸກສະໄໝຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ບໍ່ພຽງແຕ່ຂະຫຍາຍໂອກາດທາງດ້ານເສດຖະກິດ-ສັງຄົມເທົ່ານັ້ນ, ຍັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນ:ການໃຫ້ຂໍ້ມູນບໍ່ຖືກຕ້ອງ, ບິດເບືອນຄວາມຈິງ, ການສົ່ງຕໍ່ຮູບພາບສ່ວນຕົວ ທີ່ບໍ່ໄດ້ຮັບຄວາມຍິນຍອມ, ການຂົ່ມຂູ່ທາງອອນລາຍ, ຮູບພາບປອມລາມົກອານາຈານທີ່ສ້າງດ້ວຍ ເອໄອ, ຄໍາເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະອື່ນໆ. ການກະທໍາເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍເທົ່ານັ້ນ, ຍັງນໍາໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ: ການຈັດຫາເພື່ອບັງຄັບຂາຍບໍລິການທາງເພດ, ການແຕ່ງດອງກ່ອນໄວ, ການຄ້າມະນຸດ ລວມເຖິງການຄາດຕະກຳແມ່ຍິງ ແລະ ເດັກຍິງ; ຄວາມອັນຕະລາຍເຫຼົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ. ອີງຕາມການສຶກສາຂອງສາກົນມີແມ່ຍິງ 58% ເຄີຍຖືກຄວາມຮຸນແຮງທາງເພດຜ່ານທາງດີຈິຕອນ ແລະ 85% ເຄີຍເຫັນຄວາມຮຸນແຮງຜ່ານທາງດິຈິຕອນເກີດຂຶ້ນກັບຜູ້ອື່ນ. ຢູ່ ສປປ ລາວ ເຖິງວ່າຈະຍັງບໍ່ທັນມີສະຖິຕິການໃຊ້ຄວາມຮຸນແຮງຜ່ານທາງດີຈິຕອນ, ແຕ່ເຫັນວ່າມີຄວາມສ່ຽງ ແລະ ມີປາກົດການທີ່ແມ່ຍິງ ແລະ ເດັກຍິງ ປະເຊີນກັບຄວາມຮຸນແຮງຈາກການນໍາໃຊ້ເຕັກໂນໂລຊີດີຈິຕອນຫຼາຍຂຶ້ນ ເປັນຕົ້ນ: ການລ່ວງລະເມີດໂດຍໃຊ້ຮູບພາບ, ການເຢາະເຢີ້ຍ ທາງອອນລາຍ ແລະ ການແຮັກຂໍ້ມູນ, ໃຊ້ບັນຊີປອມ ແລະອື່ນໆ, ແມ່ຍິງ ແລະ ເດັກຍິງມັກຕົກເປັນເປົ້າໝາຍຂອງຄວາມຮຸນແຮງແບບໃໝ່ນີ້, ຊຶ່ງຮູບແບບຄວາມຮຸນແຮງດິຈິຕອນນີ້ບໍ່ມີຂອບເຂດ, ເຮັດໃຫ້ການຮ່ວມມືຂອງອາຊຽນຍິ່ງມີຄວາມສໍາຄັນຫຼາຍກວ່າທີ່ເຄີຍ.
ຕໍ່ໜ້າສະພາບການດັ່ງກ່າວ ອາຊຽນໄດ້ໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາໂດຍໄດ້ພ້ອມກັນ ຜັນຂະຫຍາຍວາລະການພັດທະນາຂອງສາກົນເຂົ້າສູ່ອາຊຽນ. ພາຍໃຕ້ການສະໜັບສະໜູນຂອງອົງການ UNFPA ປະຈໍາພາກພື້ນອາຊີ ປາຊີຟິກ, ASEAN ໄດ້ລິເລີ່ມ ຂະບວນການໂຄສະນາຂອງອາຊຽນເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ທາງອອນລາຍ ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດ ຄື: ບໍ່ ກໍຄື ບໍ່ (No Means No. Online Too) ເພື່ອຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວ, ສົ່ງເສີມພຶດຕິກໍາອອນໄລທີ່ມີຄວາມຮັບຜິດຊອບ, ທັງເປັນການກຽມຄວາມພ້ອມໃຫ້ແມ່ຍິງ, ເດັກຍິງ ແລະ ຜູ້ທີ່ພົບເຫັນເຫດການ ລວມທັງຜູ້ຊາຍ ແລະ ເດັກຊາຍ ໃຫ້ຮູ້ວິທີຮັບມືທີ່ຖືກຕ້ອງ ເຊັ່ນ: ການລາຍງານ, ການຂໍຄວາມຊ່ວຍເຫຼືອ ຫຼືໃຫ້ຄວາມຊ່ວຍເຫຼືອທັນເວລາ.
ກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍເຂົ້າສູ່ຂະບວນການໂຄສະນາຂອງ ສປປ ລາວ ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງໃນການສ້າງພື້ນທີ່ດິຈິຕອນທີ່ປອດໄພ ແລະ ເປັນປະໂຫຍດຍິ່ງຂຶ້ນ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງຜ່ານທາງອອນລາຍທາງເພດ ໄດ້ຮ່ວມກັນເປິກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຕື່ມອີກ.
ຂ່າວ: ຍຸພິນທອງ