ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI

Dec 10, 2024

ໃນວັນທີ 9 ທັນວາ 2024 ທີ່ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີXI, ໃຫ້ກຽ່ດເຜີຍແຜ່ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານສານ ຫົວໜ້າກົມ ຮອງກົມ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງສານເຂົ້າຮ່ວມ.
ທ່ານ ນາງ ວຽງທອງ ສີພັນດອນ ໄດ້ເຜີຍແຜ່ວ່າ: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ດຳເນີນລະຫວ່າງ ວັນທີ 28 ຕຸລາ ຫາ 6 ພະຈິກ 2024 ຜ່ານມາ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ. ກອງປະຊຸມໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບການເມືອງ ໃນການຄົ້ນຄວ້າ, ປະກອບຄວາມເຫັນ ແລະ ເປັນເອກະພາບ ໃຫ້ທິດຊີ້ນຳຕໍ່ບັນດາເນື້ອໃນ ທີ່ນຳມາປຶກສາຫາລືດັ່ງລຸ່ມນີ້:
1. ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
2. ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ທິດທາງປີ 2025,​
3. ຕີລາຄາຜົນການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກ ອ້ອມຂ້າງກະຊວງ – ອົງການ;
4. ການປັບປຸງເອກະສານທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ (ຮ່າງໂຄງການ ການເມືອງຂອງພັກສະບັບທີ 3, ຮ່າງລາຍງານການເມືອງ,ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X , ການປັບປຸງກົດລະບຽບຂອງພັກສະໄໝທີ XI;
5. ການປັບປຸງລັດຖະທຳມະນູນ ສະບັບປີ 2025;
6. ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນການເຄື່ອນໄຫວວຽກງານຕ່າງປະເທດ;
7. ກອງປະຊຸມໄດ້ວາງຈຸດສຸມນຳພາຊີ້ນຳ ໂດຍມອບໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຊີ້ນຳລັດຖະບານ ອົງການຂອງພັກ ແລະ ລັດ ຄະນະພັກແຕ່ລະຂັ້ນ ຈັດຕັ້ງປະຕິບັດວຽກງານຈຸດສຸມ ແຕ່ນີ້ ຮອດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 10 ສະໄໝທີ XII.
ໃນເວລາຕໍ່ມາຂອງວັນດ່ຽວກັນ ຍັງໄດ້ມີການປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຕົບຮອບ 104 ປີ, ໃຫ້ກ່ຽດປາຖະກະຖາ ໂດຍທ່ານ ຄູນ ຜາສຸກ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ.
ທີ່ມາ: ປະຊາຊົນ