ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ ແລະ ເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ

May 6, 2025

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ເຜີຍແຜ່, ຝຶກອົບຮົມ, ຜັນຂະຫຍາຍ ແລະ ເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັສະໄໝ ຈັດຂຶ້ນໃນວັນທີ 05 ພືດສະພາ 2025 ທີ່ດ່ານພາສີສາກົນບໍ່ເຕັນ ແຂວງຫລວງນໍ້າທາ ໂດຍການເປັນປະທານຂອງທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ມີຜູ້ຕາງໜ້າຈາກພາສີປະຈໍາ ແຂວງຫລວງນໍ້າທາ, ດ່ານພາສີສາກົນບໍ່ເຕັນ, ທີມງານຈາກກົມພາສີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງວັນເພັງ ພູມສະຫວັນ ໃຫ້ຮູ້ວ່າ: ວຽກງານພາສີ ເປັນວຽກງານໜຶ່ງທີ່ສຳຄັນ ໃນການປົກປັກຮັກສາ, ພັດທະນາປະເທດຊາດ, ເປັນປ້ອມດ່ານໜ້າທາງດ້ານເສດຖະກິດຂອງຊາດ ໃນການຄຸ້ມຄອງການນໍາເຂົ້າ, ສົ່ງອອກ, ການຜ່ານແດນສິນຄ້າ, ເຄື່ອງຂອງ ໃຫ້ມີຄວາມຮັດກຸມ ແລະ ຈັດເກັບລາຍຮັບເຂົ້າງົບປະມານ ຕາມແຜນການທີ່ສະພາແຫ່ງຊາດ, ກະຊວງການເງິນມອບໝາຍໃຫ້ ແນໃສ່ການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ບົນພື້ນຖານຕາມກົດໝາຍ ແລະ ລະບຽບການກໍານົດ. ສະນັ້ນ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນໄລຍະໃໝ່ ແລະ ເຊື່ອມຈອດກັບສາກົນ ຕາມນະໂຍບາຍ ຂອງພັກ-ລັດຖະບານວາງອອກ ໂດຍປະຕິບັດຕາມແຜນການຫັນວຽກງານທັນສະໄໝເປັນດີຈິຕອນ ຂອງລັດຖະບານ ແຫ່ງ ສປປ ລາວ ແລະ ແຜນພັດທະນາ ການຫັນວຽກງານທັນສະໄໝເປັນດີຈິຕອນ ຂອງກະຊວງການເງິນ, ລັດຖະບານກໍຄືກະຊວງການເງິນ ຈຶ່ງໄດ້ມອບໝາຍໃຫ້ກົມເຕັກໂນໂລຊີຂໍ້ມູນຂ່າວສານ ສົມທົບກົມພາສີ ຮ່ວມກັບຜູ້ພັດທະນາ ເພື່ອອອກແບບແຜນການພັດທະນາລະບົບຄຸ້ມຄອງວຽກງານພາສີທັນສະໄໝ (Smart Customs) ໃຫ້ສາມາດຄຸ້ມຄອງ, ຕິດຕາມ, ກວດກາ ການນໍາເຂົ້າ-ການສົ່ງອອກ, ການຜ່ານແດນສິນຄ້າ ເຄື່ອງຂອງຜ່ານລະບົບສາງລວມສູນ ເປັນເອກະພາບໃນຂອບເຂດທົ່ວປະເທດ, ລະບົບ ຫລື ໂມດູນ ຄຸ້ມຄອງສາງພາສີທັນສະໄໝ (CWMS) ກໍເປັນໂມດູນໜຶ່ງທີ່ສຳຄັນ ແລະ ເປັນອົງປະກອບຂອງລະບົບພາສີທັນສະໄໝ ທັງນີ້, ກໍເພື່ອຮັບໃຊ້ເຂົ້າໃນການຕິດຕາມ, ຄຸ້ມຄອງ, ກວດກາສິນຄ້າ, ເຄື່ອງຂອງ ເຂົ້າ-ອອກໃນລະບົບສາງ, ການສະຫລຸບສັງລວມປະຈໍາວັນ, ເດືອນ, ງວດ ແລະ ປີ ຢູ່ດ່ານພາສີຊາຍແດນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ພ້ອມທັງ ຮຽກຮ້ອງໃຫ້ບັນດາສຳມະນາກອນ ຈົ່ງພ້ອມກັນເອົາໃຈໃສ່ໃນການຮັບຟັງ, ຮຽນຮູ້, ສຶກສາເນື້ອໃນຈິດໃຈບົດຮຽນທີ່ມີຄວາມໝາຍສຳຄັນນີ້ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການຮັບຮອງອຸປະກອນ, ລະບົບ ແລະ ມຸນຄ່າການພັດທະນາລະບົບ ຄຸ້ມຄອງສາງພາສີທັນສະໄໝ, ແຈ້ງການແນະນໍາຂອງກະຊວງການເງິນ ກ່ຽວກັບການແຈ້ງພາສີໂດຍສັງເຂບ ລ່ວງໜ້າກ່ອນສິນຄ້າມາເຖິງດ່ານພາສີຊາຍແດນ, ຄຳແນະນໍາຂອງກົມພາສີ ວ່າດ້ວຍການຄຸ້ມຄອງສາງພາສີທັນສະໄໝ, ສະເໜີລະບົບຄຸ້ມຄອງສາງພາສີທັນສະໄໝ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ບັນດາສຳມະນາກອນ ທີ່ເຮັດວຽກງານການນຳເຂົ້າ-ການສົ່ງອອກ ແລະ ການຜ່ານແດນສິນຄ້າ ເຄື່ອງຂອງຜ່ານດ່ານຊາຍແດນຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງ ຕາມກົດໝາຍ.
ຂ່າວ: ມຸນຕີ