ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມດ້ວຍປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ຄື: ບ້ານ ທ່າຟ້າ, ດອນໃຈ, ບ້ານປຸ່ງນາໜູນ, ພິມົນສິນ ແລະ ບ້ານທົ່ງແສງຈັນ (ຄຸ້ມຊຽງງາມ) ຈັດບຸນປະເພນີຈູດບັ້ງໄຟ ເຊື່ອມສາຍໃຍເຜົ່າລື້ໄຕບໍ່ ທີ່ເດີນໂຮງຮຽນປະຖົມສົມບູນ ບ້ານພິມົນສິນ ກຸ່ມບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ໃນວັນທີ 20 ເມສາ 2024 ໂດຍການເຂົ້າຮ່ວມຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ.
ທ່ານ ຄຳຈັນ ພົມປັນຍາ ນາຍບ້ານພິມົນສິນ ໃຫ້ຮູ້ວ່າ: ການຈັດບຸນປະເພນີຈູດບັ້ງໄຟ ເຊື່ອມສາຍໃຍເຜົ່າລື້ໄຕບໍ່ ເປັນຄັ້ງທີ 4 ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳ ການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ການສະແດງອອກດ້ານບົດຂັບ, ລຳຂອງເຜົ່າ ກໍຄື ການຈູດບັ້ງໄຟ ເນື່ອງໃນໂອກາດບຸນປີໃໝ່ລາວ ຕິດພັນກັບກິດຈະກຳເປີດປີທ່ອງທ່ຽວລາວ 2024 ພ້ອມທັງເປັນໂອກາດການສ້າງຕັ້ງບ້ານພິມົນສິນຄົບ 60 ປີ ເພື່ອເປັນການຟື້ນຟູວັດທະນະທຳອັນດີງາມຂອງເຜົ່າລື້ ກໍຄື ຂອງຊາດ ໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້-ເຊື່ອມຊຶມ ແລະ ຮັກສາໄວ້ໃຫ້ໝັ້ນຄົງ, ການສ້າງສາຍສຳພັນຄວາມສາມັກຄີປອງດອງ ຂອງເຜົ່າລື້ໄຕບໍ່ ເວົ້າລວມເວົ້າສະເພາະ ປະຊາຊົນທັງ 5 ບ້ານ ໃຫ້ມີຄວາມແໜ້ນແຟ້ນຂຶ້ນເລື່ອຍໆ.
ເຜົ່າລື້ ເປັນໜຶ່ງໃນ 50 ຊົນເຜົ່າ ທີ່ດຳລົງຊີວິດຢູ່ໃນລາວມາຫລາຍຮ້ອຍປີ ເຊິ່ງໃນເມື່ອກ່ອນເຜົ່າລື້ ຫລື ລື້ໄຕບໍ່ ແມ່ນເຜົ່າໜຶ່ງທີ່ອົບພະຍົບມາແຕ່ເຂດສິບສອງປັນນາໃນປີ 1896 ລົງມາອາໄສຢູ່ຕາມແຄມແມ່ນໍ້າຂອງ, ສາຍນ້ຳອູ່ ຈໍານວນໜຶ່ງໄດ້ກາຍເປັນລື້ໄຕສິງ, ລື້ໄຕຍວນ, ລື້ໄຕມອນ, ລື້ໄຕມ້າງ, ລື້ໄຕຂືນ, ລື້ໄຕບໍ່, ລື້ໄຕງາຍ, ລື້ໄຕແມນ ເປັນຕົ້ນ ສຳລັບຢູ່ເມືອງຫ້ວຍຊາຍແມ່ນ ລື້ໄຕບໍ່ ປະກອບມີ 5 ບ້ານຄື: ບ້ານ ທ່າຟ້າ, ດອນໃຈ, ບ້ານປຸ່ງນາໜູນ, ພິມົນສິນ ແລະ ບ້ານທົ່ງແສງຈັນ (ຄຸ້ມຊຽງງາມ).
ທ່ານ ບົວຄົງ ນາມມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ດ້ານດີຂອງການຈັດງານ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນ ຕ້ອງສືບຕໍ່ອະນຸລັກ ປົກປັກຮັກສາ ວັດທະນະທຳ ການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມອົງອາດກ້າຫານ, ຄວາມດຸໝັ່ນຂະຫຍັນພຽນ, ຮີດຄອງປະເພນີ, ການຂັບ, ລຳຂອງເຜົ່າລື້ໄວ້ໃຫ້ໝັ້ນຄົງ ແລະ ຈົ່ງພ້ອມ ກັນສືບສານບຸນປະເພນີຈູດບັ້ງໄຟ ໃນໂອກາດສະເຫລີມສະຫລອງບຸນປີໃໝ່ລາວໃຫ້ມີລັກສະນະຫລາກຫລາຍສີສັນ ເພື່ອດຶງດູດການທ່ອງທ່ຽວ ເຂົ້າມາທ່ຽວງານໃຫ້ມີຈຳຫລາຍເປັນສຳຄັນ, ພ້ອມທັງສົ່ງເສີມການຜະລິດເຄື່ອງຫັດຖະກຳ, ຕຳແຜ່ນແພຕ່າງໆ ທີ່ເປັນເອກະລັກ ໃຫ້ກາຍເປັນສິນຄ້ານັບມື້ຫລາຍຂຶ້ນ.
ຂ່າວ: ທອງເພັດ






