ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຝິກຊ້ອມພິທີເປີດບຸນກອງເຂົ້າໃຫຍ່ ປະຈໍາປີ 2025 ທີ່ເມືອງພຽງ

Jan 6, 2025

ໃນຕອນເຊົ້າຂອງວັນທີ 5 ມັງກອນ 2025 ທີ່ເດີ່ນກອງເຂົ້າໃຫຍ່ ບ້ານສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີໄດ້ຈັດຂະບວນກ້ອນກໍາລັງບ້ານຕ່າງໆຊ້ອມໃຫຍ່ ເພື່ອກຽມຄວາມພ້ອມໃນການເປີດງບຸນກອງເຂົ້າໃຫຍ່ ປະຈໍາປີ 2025.
ພິທີເລີ່ມຕົ້ນດ້ວຍກ້ອນກໍາລັງກອງເຍົາວະຊົນ ແລະ ກອງດຸລິຍາງ ຈາກນັ້ນ ກ້ອນແຫ່ຜະລິດຕະພັນຕ່າງໆ, ຄໍາຂວັນ ຂອງບັນດາບ້ານ 12 ກ້ອນ, ກ້ອນຢືນ 9 ກ້ອນ, ກ້ອນສະແດງຟ້ອນ 8 ເຜົ່າ ຊົມເຊີຍເທດສະການບຸນກອງເຂົ້າໃຫ່ຍ 2025 ແລະ ບົດຟ້ອນຈໍາປາເມືອງລາວ.
ການຊ້ອມໃຫຍ່ໃນຄັ້ງນີ້ໂດຍລວມແມ່ນໄດ້ຕາມແຜນທີ່ວາງໄວ້ ແຕ່ມີບາງກ້ອນບາງບ້ານໃນການຟ້ອນ, ການຍ່າງ ບໍ່ທັນໄດ້ດີເທົ່າທີ່ຄວນ ຕ້ອງໄດ້ເຝິກຊ້ອມໃໝ່ ເພື່ອກຽມໃສ່ມື້ເປີດງານຕົວຈິງໃນວັນທີ 9 ມັງກອນ 2025 .
ຂ່າວ: ສົມປະສົງ.
#News.XBL