ພະນັກງານວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຮັບການຍົກລະດັບດ້ານເຕັກນິກການຄວບຄຸມການຖ່າຍທອດສຽງ’ ການຖ່າຍທໍາ ແລະຕັດຕໍ່ຄລິບວິດີໂອສັ້ນຜ່ານມືຖື ແລະ ຄອມພິວເຕີ ໃນລະຫວ່າງວັນທີ 21 ຫາ 23 ພຶດສະພານີ້, ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງທ່ານ ບົວໄລ ພານຸວົງ, ຜູ້ອຳນວຍການໃຫ່ຍວິທະ ຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍສໍາມະນາກອນຈາກພະແນກການກ່ຽວຂ້ອງ.
ທ່ານ ບົວໄລ ພານຸວົງ ເນັ້ນໜັກວ່າ: ຊຸດອົບຮົມຄັ້ງນີ້ມີຄວາມໝາຍສໍາຄັນຫລາຍເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເນື່ອງຈາກໃນຍຸກປັດຈຸບັນສັງຄົມຫັນມາບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຫລາຍຂື້ນ ເຮັດໃຫ້ວິທະຍຸແຫ່ງຊາດມີຄວາມຈໍາເປັນຕ້ອງປັບປຸງຕົນເອງໃຫ້ແທດເໝາະກັບການພັດທະນາ ແລະການຂະຫຍາຍຕົວຂອງສື່ຕ່າງໆ ໂດຍສະເພາະເພື່ອຮອງຮັບໃຫ້ແກ່ການຫັນເຂົ້າສູ່ລະ ບົບດິຈິຕອນໃນຕໍ່ໜ້າ.
ຊຸດອົບຮົມຄັ້ງນີ້ສໍາມະນາກອນໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງດ້ານການຖ່າຍທຳວິດີໂອ, ຂັ້ນຕອນການຕັດຕໍ່ວິດິໂອຜ່ານໂທລະສັບມືຖື ແລະ ຄອມພິວເຕີ, ການຄວບຄຸມການຖ່າຍທອດສົດຜ່ານວິທະຍຸ ແລະສື່ອອນລາຍ, ເຕັກນິກໃໝ່ໃນການເປັນໂຄສົກຖ່າຍທອດ.








