ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພີ່ມຄວາມຮູ້ການກູ້ໄພທາງນ້ຳ ໃຫ້ຂະແໜງການກ່ຽວຂ້ອງຂອງລາວ ກຽມຮັບມືກັບໄພນ້ຳຖ້ວມ

Jul 1, 2025

ໃນລະຫວ່າງວັນທີ 30 ມິຖຸນາ ຫາ ວັນທີ 2 ກໍລະກົດ 2025 ນີ້, ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ຮ່ວມກັບສູນຫລຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດຂອງ ສປ ຈີນ ຈັດຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການກູ້ໄພທາງນ້ຳ ເພື່ອກຽມຮັບມືກັບໄພນ້ຳຖ້ວມ ແລະ ໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນ ຢູ່ ສປປ ລາວ ໃຫ້ກັບຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ ຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມສາມາດໃນການກູ້ໄພທາງນ້ຳ ໃຫ້ແກ່ພະນັກງານໃນຂະແໜງ ການທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອກຽມຮັບມືກັບໄພນ້ຳຖ້ວມ ທີ່ອາດຈະເກີດຂຶ້ນ ແລະ ເພື່ອຮັບຟັງປະສົບການ, ປຶກສາຫາລື, ແລກປ່ຽນບົດຮຽນ ກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຊິ່ງນອກຈາກຮຽນພາກທິດສະດີແລ້ວ ຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ລົງຝຶກຊ້ອມໃນພື້ນທີ່ຕົວຈິງ ຢູ່ທີ່ແຄມຂອງ ຈຸດສະຖານີອຸທົກກະສາດ ທາງດ້ານຫລັງກົມອຸຕຸນິຍົມ ແລະ ອຸທົກກະສາດ ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕື່ມອີກ.
ໃນໂອກາດດຽວກັນນີ້, ສູນຫລຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດຂອງ ສປ ຈີນ ແລະ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ຍັງໄດ້ມອບເຮືອກູ້ໄພຈໍານວນ 2 ລໍາ ແລະ ອຸປະກອນ ຊຸດຊູຊີບ 50 ຊຸດ ໃຫ້ແກ່ ສປປ ລາວ ໂດຍຜ່ານ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ຕາງໜ້າຮັບໂດຍ ທ່ານ ພອນປະເສີດ ພູລິພັນ ຫົວໜ້າ ກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
ການຈັດຝຶກອົບຮົມກ່ຽວກັບການກູ້ໄພທາງນ້ຳ ເພື່ອກຽມຮັບມືກັບໄພນ້ຳຖ້ວມ ແລະ ການມອບ-ຮັບເຄື່ອງອຸປະກອນກູ້ໄພດັ່ງກ່າວ ຈັດຂຶ້ນພາຍໃຕ້ກອບການຮ່ວມມືສາມຝ່າຍ (ສປປ ລາວ, ສປ ຈີນ, GIZ) ເພື່ອສະໜັບສະໜູນການຄຸ້ມຄອງໄພນໍ້າຖ້ວມ ແລະ ໄພພິບັດທາງທຳມະຊາດ ໃຫ້ແກ່ ສປປ ລາວ.
ທີ່ມາ: ຂປລ