ເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ:
ເພື່ອເປັນການຕອບສະໜອງ ແລະ ອໍານວຍຄວາມສະດວກໃນການເດີນທາງ ໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະ ເທດ, ນັບແຕ່ວັນທີ 29 ຕຸລາ 2024 ເປັນຕົ້ນໄປ ຂະບວນລົດ ໄຟຖ້ຽວ D85/D86 ທີ່ແລ່ນໄປກັບຈາກສິບສອງພັນນາ ສປ ຈີນ ຫາ ນະຄອນຫຼວງພະບາງ ສປປ ລາວ ຈາກປົກກະຕິທີ່ແລ່ນລົດແຕ່ທຸກວັນສຸກ,ວັນເສົາ, ວັນອາທິດ ແລະ ວັນຈັນ ປ່ຽນມາ ເປັນແລ່ນທຸກວັນຈັນ,ວັນອັງຄານ,ວັນພະຫັດ,ວັນສຸກ,ວັນເສົາ ແລະ ວັນອາທິດ, ລາຍລະອຽດເວລາເດີນລົດທ່ານສາມາດກວດ ເບິ່ງຢູ່ແອັບພິເຄຊັນຊື້ປີ້ລົດໄຟ LCR Ticket.
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ຂອບໃຈມາຍັງຜູ້ໂດຍ ສານທຸກທ່ານທີ່ໃຫ້ການສະໜັບສະໜູນມາໂດຍຕະຫຼອດ



