ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພີ່ມທະວີການຮ່ວມມືກັນໃນການຈັດຕັ້ງປະຕິບັດ ວຽກງານການທູດເສດຖະກິດ ຂອງ ສປປ ລາວ

Dec 11, 2024

ວັນທີ 11 ທັນວາ 2024 ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງປະຖົມມະເລິກ ຄະນະການຊີ້ນໍາລວມ ເພື່ອຈັດຕັ້ງປະຕິບັດວຽກງານການທູດເສດຖະກິດຂອງ ສປປ ລາວ ທີ່ສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ກອງປະຊຸມຄັ້ງນີ້ ໄດ້ຮັບກຽດກ່າວເປີດໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ມີບັນດາທ່ານຮອງລັດຖະມົນຕີ ຈາກ 14 ກະຊວງອ້ອມຂ້າງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າແຂວງທົ່ວປະເທດ ຫົວໜ້າກົມ ພ້ອມບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອລຸລ່ວງໜ້າທີ່ຮັບຜິດຊອບຕາມກົນໄກປະສານງານ ຂອງຄະນະຮັບຜິດຊອບແຕ່ລະຂັ້ນ ໃຫ້ຮັບຊາບ ແລະ ເປັນເອກະພາບກັນ ລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ ຂັ້ນສູງກາງ ແລະ ທ້ອງຖິ່ນ ໂດຍແນໃສ່ເພີ່ມທະວີການຮ່ວມມືກັນໃນການຈັດຕັ້ງປະຕິບັດ ວຽກງານການທູດເສດຖະກິດຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ ແລະ ມີລະບົບກົນໄກທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ກອງປະຊຸມຄັ້ງນີ້ ຄະນະຜູ້ແທນໄດ້ຮັບຟັງການລາຍງານສະພາບລວມຄວາມເປັນມາ ໂດຍທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າຄະນະວິຊາການ ແລະ ກອງເລຂາຂອງຄະນະກຳມະການຊີ້ນຳລວມ ເພື່ອຈັດຕັ້ງປະຕິບັດການທູດເສດຖະກິດ ຂອງ ສປປ ລາວ ເພື່ອສ້າງກົນໄກການຈັດຕັ້ງປະຕິບັດການທູດເສດຖະກິດ ການເຜີຍແຜ່ນິຕິກໍາຕ່າງໆທີ່ເປັນບ່ອນອີງ ໂດຍສະເພາະບັນດາກົນໄກ ແລະ ຈຸດປະສານງານທີ່ທຸກພາກສ່ວນມີສ່ວນຮ່ວມ ລວມທັງຄວາມຄືບໜ້າການຈັດຕັ້ງປະຕິບັດຜ່ານມາ ແລະ ແຜນວຽກໃນຕໍ່ໜ້າ ກອງປະຊຸມ ຍັງໄດ້ຮັບຟັງລາຍງານກ່ຽວກັບດ້ານທ່າ ແຮງຂອງ ສປປ ລາວ ແລະ ສິ່ງອຳນວຍຄວາມສະດວກ ເພື່ອກະກຽມຄວາມພ້ອມໃຫ້ແກ່ການຄ້າ ການລົງທຶນ ການທ່ອງທ່ຽວ ກະສິກຳ ແລະ ພະລັງງານຂອງ ສປປ ລາວ ເຮົາ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ໂດຍສະເພາະສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ປະຈຳຕ່າງປະເທດ ທີ່ເປັນຜູ້ມີບົດບາດສຳຄັນ ແລະ ເປັນປ້ອມດ້ານໜ້າໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດ ແລະ ໝູນໃຊ້ຂໍ້ມູນເຫຼົ່ານັ້ນເຂົ້າໃນວຽກງານຕົວຈິງຂອງຕົນ.
ທີ່ມາ: ວຽງຈັນໃໝ່