ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພີ່ມທະວີການຮ່ວມມືໃນລະດັບຍຸດທະສາດ ເພີ່ມປະສິດທິພາບ ແລະ ຜັກດັນກິລາອີສະປອດສູ່ຕະຫຼາດລາວ

Feb 25, 2025

ໃນວັນທີ 25 ກຸມພາ 2025 Lao Telecom Group ຜູ້ໃຫ້ບໍລິການເຄືອຂ່າຍມືຖືອັນດັບໜຶ່ງຂອງປະເທດລາວ ໄດ້ມີການລົງນາມຄວາມຮ່ວມມືເພີ່ມຕື່ມ ໃນລະດັບຍຸດທະສາດ, ການບໍລິການ ແລະ ການຕະຫຼາດ ຮ່ວມກັບ ບໍລິສັດ Moonton ຜູ້ເປັນເຈົ້າຂອງລິຂະສິດ Mobile Legend BangBang ຫຼື MLBB, ຕາງໜ້າໂດຍ ທ່ານ ນິວັດ ເຢັນກາຍ ຮອງຜູ້ອໍານວຍການໃຫຍ່ຂະແໜງການຕະຫຼາດ ແລະ ການຂາຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທີພລັດ ພ້ອມດ້ວຍ ທ່ານ ຈັນທະລາ ບຸນນະຜົນ ຮອງຜູ້ອໍານວຍການ ບໍລິສັດ ລາວໂມບາຍມັນນີ ແລະ ຫົວໜ້າ ພະແນກ ການຕະຫຼາດ ແລະ ການຂາຍ, ເພຶື່ອເປີດໂອກາດໃຫ້ລູກຄ້າຂອງ Lao Telecom Group ໄດ້ເຂົ້າເຖິງໂລກຂອງກິລາອີສະປອດຢ່າງເຕັມຮູບແບບ ໂດຍການນຳໃຊ້ຜະລິດຕະພັນ ແລະ ບໍລິການທີ່ຊ່ວຍເສີມສ້າງພັດທະນາການໃຫ້ກັບນັກກິລາອີສະປອດໃນອານາຄົດ.
ການຮ່ວມມືໃນຄັ້ງນີ້ເປັນບາດກ້າວທີ່ສຳຄັນໃນການສ້າງເວທີທີ່ສະໜັບສະໜູນກຸ່ມຊາວໜຸ່ມທີ່ມີຄວາມສົນໃຈໃນການເພີ່ມທັກສະກິລາ e-sports ໂດຍການແນະນໍາຜະລິດຕະພັນ Tplus Sim & Internet Package ຂອງບໍລິສັດ Tplus ທີ 1 ໃນໃຈໄວລຸ້ນລາວ ເພື່ອເສີມຂະຫຍາຍ ຍຸດທະສາດຮອບດ້ານ ຕາມແຜນການຮ່ວມກັບ ສະຫະພັນກິລາອີສະປອດແຫ່ງຊາດລາວ ແລະ ບັນດາຄູ່ຮ່ວມງານທາງກົງ ກໍ່ຄື Esport game publishers ໃນການປັບປຸງຄຸນະພາບການບໍລິການ, ເພີ່ມຜະລິດຕະພັນຕໍ່ຍອດ ສະໜັບສະໜູນວຽກງານອີສະປອດ ແລະ ການເຂົ້າເຖິງຊັບພະຍາກອນຕ່າງໆ ທີ່ກ່ຽວຂອງໃຫ້ຜູ້ຫຼິ້ນໄດ້ມີປະສົບການໃໝ່ທີ່ດີກວ່າເກົ່າ. ຈຸດປະສົງສະເພາະຂອງສັນຍາດັ່ງກ່າວ ກໍ່ເພື່ອເພີ່ມປະສົບການທີ່ດີໃນການຫຼິ້ນ ແລະ ຝຶກຊ້ອມອີສະປອດປະເພດ MLBB ໃນສັນຍານທີ່ດີຂຶ້ນ, ຫຼຸດຜ່ອນການຄ້າງ, ບໍ່ໃຫ້ມີກະຕຸກ, ເພີ່ມຜະລິດຕະພັນຢ່າງເຊັ່ນ ການຊື້ In game Item,Diamonds ແລະ ອື່ນໆ ທີ່ລູກຄ້າສາມາດ ຊຳລະຈ່າຍຜ່ານແອັບ MmoneyX ທີ່ຈະເປັນຊ່ອງທາງການຊໍາລະອໍານວຍຄວາມສະດວກ ສະບາຍໃຫ້ແກ່ລູກຄ້າກຸ່ມບໍລິສັດ ລາວໂທລະຄົມ, ນອກນັ້ນ ຍັງລວມທັງ ແຜນຮ່ວມກັນດ້ານການຕະຫຼາດ, Event ຕ່າງໆ ແລະ ການສົ່ງເສີມ ກິດຈະກຳການຈັດການແຂ່ງຂັນອີສະປອດ ທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນ ລະດັບພາກພື້ນ ແມ່ນ້ຳຂອງ ຫຼື MCCM ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ສາມາດເຂົ້າເຖິງອິນເຕີເນັດຄວາມໄວສູງສໍາລັບການແຂ່ງຂັນ ເຊິ່ງເປັນການນໍາໃຊ້ເປັນເຄື່ອງມືເພື່ອພັດທະນາທັກສະໃນການເປັນນັກກິລາ e-sports ໃນອະນາຄົດ.
ຕົວແທນຂອງກຸ່ມບໍລິສັດລາວໂທລະຄົມກ່າວວ່າ Lao telecom Group ພວກເຮົາຕື່ນເຕັ້ນທີ່ຈະຮ່ວມມືກັບ Moonton ເຈົ້າຂອງລິຂະສິດ Mobile Legend Bang Bang ເພື່ອໃຫ້ລູກຄ້າຂອງພວກເຮົາມີໂອກາດທີ່ຈະເອົາທັກສະເພື່ອພັດທະນາການເປັນນັກກິລາ ອີສະປອດ ຂອງພວກເຂົາໄປອີກລະດັບຫນຶ່ງແລະມີໂອກາດທີ່ຈະເປັນສ່ວນຫນຶ່ງຂອງຕົວແທນນັກກິລາລາວທີ່ຈະພັດທະນາ ແລະ ຕໍ່ຍອດສູ່ການແຂ່ງຂັນຄຽງຄູ່ກັບການສົ່ງເສີມການນຳໃຊ້ຜະລິດຕະພັນ ແລະ ການບໍລິການຂອງກຸ່ມບໍລິສັດ ລາວໂທລະຄົມ ເພື່ອສ້າງສາຍພົວພັນແບບຍືນຍົງກັບລູກຄ້າໃນອະນາຄົດ.
ທີ່ມາ: ຂ່າວເສດຖະກິດການຄ້າ
May be an image of 20 people, bangs and text