ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.

Oct 8, 2024

ຕອນເຊົ້າຂອງວັນທີ 8 ຕຸລາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງ ປະເທດ, ໃນນາມປະທານອາຊຽນ ປີ 2024 ພາຍໃຕ້ຄຳຂວັນ : “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການຈັດຕັ້ງປະຕິບັດ 9 ບູລິມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ ແນໃສ່ສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂື້ນ ເພື່ອໃຫ້ອາຊຽນສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ນຳໃຊ້ກາລະໂອກາດ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນອາຊຽນ ໃນທ່າມກາງສະພາບ ພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດທີ່ພວມຜັນແປຢ່າງສະຫລັບຊັບຊ້ອນ. ກອງປະຊຸມໄດ້ຍິນດີຕໍ່ຄວາມຄືບຫນ້າຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ຊຸກຍູ້ໃຫ້ຫນ່ວຍງານກ່ຽວຂ້ອງສຳເລັດການສ້າງບັນດາແຜນຍຸດທະສາດດັ່ງກ່າວ ໃຫ້ສຳເລັດ ແລະ ສາມາດຮັບຮອງເອົາ ພ້ອມກັບວິໄສທັດປະຊາຄົມອາຊຽນ 2045 ໃນປີໜ້າພາຍໃຕ້ການເປັນປະທານຂອງມາເລເຊຍ.
ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ພິຈາລະນາ ກ່ຽວ ກັບການສະຫມັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໂດຍບັນດາປະເທດນອກພາກພື້ນ. ໃນນີ້, ກອງປະຊຸມເຫັນດີຕໍ່ການສະໝັກເຂົ້າເປັນພາຄີ TAC ຂອງຮັງກາລີ ແລະ ໄດ້ມອບໃຫ້ກອງເລຂາອາຊຽນດຳເນີນການປະເມີນການສະໜັກເຂົ້າເປັນພາຄີ TAC ຂອງ ໂປໂລຍ, ຮູມານີ ແລະ ອູຣູກວາຍ. ກອງປະຊຸມໄດ້ສະແດງຄວາມຍິນດີທີ່ ລຸກຊໍາບວກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິ ສັນຍາດັ່ງກ່າວໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ແລະ ຫວັງວ່າ ອານເຊຣີ, ແຟງລັງ, ແອັດສະປາຍ, ເມັກຊິກ ແລະ ຮັງກາລີ ຈະເຂົ້າເປັນພາຄີ TAC ໃນເວລາອັນໃກ້ນີ້.
ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ, ຊຶ່ງໃນນີ້ ກອງປະຊຸມໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປໄປ. ພ້ອມນີ້, ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນການຈັດກອງປະຊຸມສຸດຍອດພິເສດອາ ຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.
ກອງປະຊຸມ ໄດ້ຮັບຮອງ 3 ເອກະສານ ເພື່ອສຶບຕໍ່ສະເໜີໃຫ້ຜູ້ນຳອາຊຽນພິຈາລະນາເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຄື: 1) ຖະແຫຼງການຜູ້ນຳອາຊຽນ ກ່ຽວກັບ ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045; 2) ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນແກນກາງ ແລະ ມີຄວາມກຽມພ້ອມສຳລັບອະນາຄົດ; ແລະ 3) ເອກະສານທົບທວນ ແລະ ຄຳຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ.