ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ ກ້າວຂຶ້ນສູ່ລະດັບສູງໃໝ່”

Dec 5, 2025

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕ ເລິມ,ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
May be an image of text that says 'Of I I'
ການພົບປະຄັ້ງນີ້ ໄດ້ຈັດຂຶ້ນໃນທາມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ເຊິ່ງເປັນເຫດການທີ່ມີຄວາມໝາຍສໍາຄັນ ໃນການພົວພັນຮ່ວມມືພິເສດ ລະຫວ່າງ ລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ.
ໃນການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານກໍ່ສ້າງພັກ, ການກະກຽມ ກອງປະຊຸມໃຫຍ່ ຂອງແຕ່ລະພັກ, ການປັບປຸງສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດຮັດ, ການພັດທະນາເສດຖະກິດ-ສັງຄົມ, ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາເນື້ອໃນທີ່ສອງຝ່າຍ ມີຄວາມສົນໃຈ; ຕີລາຄາຄືນກ່ຽວກັບຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ; ເປັນເອກະພາບກ່ຽວກັບບັນດາທິດທາງໃຫຍ່ສໍາຄັນ ໃນບັນດາຂົງເຂດຂອງການພົວພັນຮ່ວມມື ໃນໄລຍະຕໍ່ໜ້າ.
May be an image of text May be an image of text
ການນໍາທັງສອງພັກ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກໃນທຸກຂົງເຂດ, ໃນນັ້ນ ການພົວພັນດ້ານການເມືອງ ນັບມື້ນັບສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດສືບຕໍ່ໄດ້ຮັບການເພີ່ມທະວີ, ຢືນຢັນບົດບາດເປັນແກ່ນສານ ໃນການກໍານົດທິດລວມ ໃຫ້ແກ່ການພົວພັນລະຫວ່າງສອງປະເທດ; ການຮ່ວມ​ມືດ້ານ ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​​ຕ່າງປະ​ເທດ ນັບມື້ນັບສະໜິດແໜ້ນ, ບັນລຸຜົນສໍາເລັດຢ່າງແທ້ຈິງ ແລະ ນັບມື້ນັບມີປະສິດທິຜົນ, ຢືນຢັນການເປັນເສົາຄໍ້າສໍາຄັນໃນການພົວພັນ ລາວ-ຫວຽດນາມ; ການຮ່ວມມືທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ ໄດ້ຮັບການເອົາໃຈໃສ່, ຊຸກຍູ້, ມີການຫັນປ່ຽນຢ່າງຕັ້ງ ໜ້າ, ນັບມື້ໄດ້ຮັບການຍົກສູງດ້ານຄຸນນະພາບ ແລະ ບັນລຸຜົນສໍາເລັດທີ່ໜ້າເພິ່ງພໍໃຈ; ບາງໂຄງການຍຸດທະສາດ ໄດ້ຮັບການສຸມໃສ່ຈັດຕັ້ງປະຕິບັດ, ແກ້ໄຂຂໍ້ຫຍຸ້ງຍາກ, ສ້າງບາດກ້າວບຸກທະລຸໃນການຮ່ວມມື. ການຮ່ວມມືທາງດ້ານ ວັດທະນະທໍາ, ການສຶກສາ, ວິທະຍາສາດ – ເຕັກນິກ ແລະ ບັນດາຂົງເຂດອື່ນໆ ສືບຕໍ່ໄດ້ຮັບຄວາມເອົາໃຈ ໃສ່, ຊຸກຍູ້ ແລະ ບັນລຸຜົນສໍາເລັດທີ່ຕັ້ງໜ້າ; ການຮ່ວມມື ລະຫວ່າງ ບັນດາ​ຄະນະຂອງສູນກາງພັກ, ກະຊວງ, ຂະ​ແໜງ​ການຂອງລັດຖະບານ, ບັນດາອົງການຂອງ​ສະພາ​ແຫ່ງ​ຊາດ, ແນວໂຮມ, ບັນດາອົງການ​ຈັດ​ຕັ້ງ​ມະຫາຊົນ ແລະ ທ້ອງຖິ່ນຕ່າງໆ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ເສີມຂະຫຍາຍ ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
May be an image of text
ສະຫາຍເລຂາທິການໃຫຍ່ທັງສອງ ໄດ້ຊົມເຊີຍຕໍ່ບັນດາຜົນສໍາເລັດສໍາຄັນ ແລະ ຮອບດ້ານ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດສ້າງສາພັດທະນາປະເທດຊາດ ແລະ ປ່ຽນແປງໃໝ່ ກໍຄື ການປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ; ຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຕະຫຼອດໄລຍະຜ່ານມາ. ສອງຝ່າຍ ໄດ້ເນັ້ນໜັກເຖິງ ປະຫວັດສາດ, ການພົວພັນຮ່ວມມື ທີ່ສະໜິດ ແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງຝ່າຍ; ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງຂອງ ສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.
ສອງຝ່າຍ ຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃນສະພາບການໃໝ່ – ຍຸກສະໄໝແຫ່ງການພັດທະນາ ແລະ ເຫັນດີຍົກລະດັບການພົວພັນພິເສດຂຶ້ນເປັນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ – ລາວ ໂດຍມີເປົ້າໝາຍເຊື່ອມຈອດດ້ານຍຸດທະສາດ, ນະໂຍບາຍການພັດທະນາເສດຖະກິດ, ພື້ນໂຄງລ່າງ, ບໍາລຸງສ້າງຊັບພະຍາກອນມະນຸດ ຕອບສະໜອງໃຫ້ແກ່ການພັດທະນາທີ່ຍືນຍົງຂອງແຕ່ລະປະເທດ, ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີພິເສດ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນ, ສ້າງບັນດາກົນໄກໃໝ່, ກົນໄກສະເພາະ ທີ່ແທດແໝາະ ເພື່ອຍົກສູງປະສິດທິຜົນຂອງການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ນໍາມາຊຶ້ງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.