ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ເວົ້າລວມ ສະມາຊິກພັກໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນສະມາຊິກພັກກະຊວງ ຍທຂ ໂດຍໄດ້ຮັບກຽດເປັນຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ ທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້.
ຜ່ານການຮັບຟັງໂຄງການ ການເມືອງຂອງພັກ ຜ່ານຮ່າງການລາຍງານການເມືອງແຜນພັດທະນາເສດຖະກິດ-ສັງຄົມ ຮູ້ສຶກວ່າມີຫຼາຍອັນພົ້ນເດັ່ນ ຕີລາຄາຜົນໄດ້ຮັບໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ທີ່ເປັນລັກສະນະຈຸດສຸມ ລັກສະນະບຸກທະລຸທາງດ້ານຈິດໃຈ ສ້າງການຫັນປ່ຽນຢ່າງແຂງແຮງ ໂດຍສະເພາະ ວຽກງານ ຍທຂ ໃນ 7 ວຽກຈຸດສຸມ ທີ່ເປັນເສດຖະກິດປາຍແຫຼມ ໃນນັ້ນ ວຽກ ຍທຂ ເປັນວຽກໜຶ່ງ ທີ່ມີການຂົນສົ່ງ, ການເຊື່ອມໂຍງ, ເຊື່ອມຈອດ ຂ້າພະເຈົ້າຮູ້ສຶກວ່າ ທິດນໍາໃນ 5 ປີ ຕໍ່ໜ້າ ແມ່ນຈະໄດ້ເນັ້ນຫຼາຍບັນຫາ ທີ່ຢູ່ໃນຄໍາຂັວນຂອງພັກ ໂດຍສະເພາະ ແມ່ນເພີ່ມທະວີການຊີ້ນໍາ-ນໍາພາຂອງພັກ ຢ່າງໜັກແໜ້ນ ເຂັ້ມແຂງ ໃນຕໍ່ໜ້າໃຫ້ແຂງແຮງກວ່າເກົ່າ, ວຽກງານເສດຖະກິດກໍເຊັ່ນກັນ ຈະເປັນກົນໄກນໍາພາ ເປັນການກະຕຸ້ນການພັດທະນາ ການປ່ຽນແປງໃນການພັດທະນາເສດຖະກິດ ເຊື່ອໝັ້ນວ່າຈະມີຫຼາຍອັນພົ້ນຂຶ້ນໃນ 5 ປີ ຕໍ່ໜ້າ.
ກອງປະຊຸມໃຫຍ່ຄັ້ງນີ້ ເຫັນໄດ້ວ່າມີຫຼາຍອັນປ່ຽນແປງໄປໃນທາງທີ່ຕັ້ງໜ້າເວົ້າລວມ ເວົ້າສະເພາະ ໃນຂົງເຂດ ຍທຂ ເປັນວຽກງານໜຶ່ງ ເປັນວຽກປາຍແຫຼມ ທີ່ກໍາລັງສຸມໃສ່ພ້ອມກັນຮີບຮ້ອນຜັນຂະຫຍາຍ ຫຼັງຈາກສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ວຽກງານ ຍທຂ ຈະຕ້ອງເລີ່ມປະຕິບັດແຕ່ຫົວທີ ເພາະເປັນໄມ້ງັດເສດຖະກິດປາຍແຫຼມ ເປັນເສັ້ນເລືອດ ທີ່ຈະກະຕຸ້ນການພັດທະນາໃຫ້ແກ່ປະເທດຊາດ, ບ່ອນໃດມີເສັ້ນທາງໄປຮອດໄປເຖິງ ບ່ອນນັ້ນແມ່ນມີການພັດທະນາ.
ສໍາລັບແຜນພັດທະນາ 5 ປີ ຂະແໜງ ຍທຂ ຕ້ອງໄດ້ປະຕິບັດຕາມຄໍາຂັວນທີ່ວາງໄວ້ ເພີ່ມທະວີ ພັດທະນາໂຍທາທິການ ແລະ ຂົນສົ່ງ ເປັນປາຍແຫຼມມີຈຸດສຸມ ທົນທານ ທັນສະໄໝ ປອດໄພ ເຊື່ອມໂຍງ ເຊື່ອມຈອດ ແລະ ຍືນຍົງ.


