ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພື່ອນ​ມິດ​ມາ​ແຕ່​ທາງ​ໄກ! ກິດ​ຈະ​ກຳ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ-ອາ​ເມ​ຣິ​ກາ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

Mar 21, 2024

ກິດຈະ​ກຳ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ-ອາ​ເມ​ຣິ​ກາ ພາຍ​ໃຕ້​ຫົວ​ຂໍ້ “ມີ​ເພື່ອນ​ມິດ​ມາ​ແຕ່​ທາງ​ໄກ” ທີ່​ຮ່ວມ​ກັນຈັດ​ຂຶ້ນໂດຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ ຫຼື CMG ແລະ​ສະ​ມາ​ຄົມ​ການ​ແລກ​ປ່ຽນ​ລະ​ຫວ່າງ​ນັກ​ຮຽນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ອາ​ເມ​ຣິ​ກາ-ຈີນ ເຊິ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ໂຄງ​ການ​ທີ່​ໃຫ້​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ອາ​ເມ​ຣິ​ກາ 50.000 ຄົນ​ມາ​ແລກ​ປ່ຽນ​ແລະ​ທັດ​ສະ​ນະ​ສຶກ​ສາ​ຢູ່​ຈີນນັ້ນ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 18 ມີ​ນານີ້. ທ່ານ​ເສິ້ນ​ໄຫ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຣົມ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ຫົວ​ໜ້າວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ທ່ານ​ຣິ​ຊາດ ມູ​ລີ ເຈົ້າ​ຄອງ​ນະ​ຄອນສະຕ​ຣາ​ຄອນ ລັດ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ ແລະ​ກ່າວ​ຄຳ​ປາ​ໄສ. ຜູ້​ຕາງ​ໜ້າ​​ຄູ​ແລະ​ນັກ​ຮຽນ​ຈາກ​ໂຮງ​ຮຽນ​ມັດ​ທະ​ຍົມ​ຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ ເຊັ່ນ: ໂຮງ​ຮຽນ​ມັດ​ທະ​ຍົມ​ລິນ​ຄອນ​ລັດ​ວໍ​ຊິງ​ຕັນ​ອາ​ເມ​ຣິ​ກາ ແລະ​ອື່ນໆ​ ພ້ອມ​ດ້ວຍ​ຄະ​ນະ​ສິ​ລະ​ປະ​ໂທ​ລະ​ພາບ​ເຍົາ​ວະ​ຊົນ​ຢີນ​ເຮີຂອງ CMG ລວມເກືອບ 100 ຄົນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້.
ທ່ານ​ເສິ້ນ​ໄຫ​ຊົງ​ກ່າວ​ວ່າ: ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຊີ້​ໃຫ້​ເຫັນ​ວ່າ, ພື້ນ​ຖານ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ ແມ່ນ​ຢູ່​ກັບພົນ​ລະ​ເຮືອນ, ຄວາມ​ຫວັງ​ຢູ່​ກັບ​ປະ​ຊາ​ຊົນ, ອະ​ນາ​ຄົດ​ຢູ່​ກັບ​ຊາວ​ໜຸ່ມ, ພະ​ລັງ​ຊີ​ວິດ​ຢູ່​ກັບທ້ອງ​ຖິ່ນ. ໄວ​ໜຸ່ມ​ເຍົາ​ວະ​ຊົນ​ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ຊີ​ວິດ, CMG ກໍ​ແມ່ນ​ສື່ມວນ​ຊົນ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ແຫ່ງ​ໜຶ່ງ. ເພື່ອນ​ມິດ​ທຸກ​ຄົນ​ທີ່​ມາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໃນ​ມື້ນີ້​ລ້ວນ​ແຕ່​ແມ່ນ​ພື້ນ​ຖານ ຄວາມ​ຫວັງ ອະ​ນາ​ຄົດ ແລະ​ພະ​ລັງ​ຊີ​ວິດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ. ໃຫ້​ພວກ​ເຮົາ​ຜູກ​ມິດ​ຕະ​ພາບ​ດ້ວຍ​ຄວາມ​ຈິງ​ໃຈ, ຮ່ຳ​ຮຽນ ແລະ​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ, ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ ຂະ​ຫຍາຍຕົວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ!
ທ່ານຣິ​ຊາດ ມູ​ລີກ່າວ​ວ່າ: ຫວັງ​ວ່ານັກ​ຮຽນ​ມັດ​ທະ​ຍົມອາ​ເມ​ຣິ​ກາ 24 ຄົນທີ່​ມາ​ຢ້ຽມ​ຢາມ​ຈີນ​ໃນ​ຄັ້ງ​ນີ້ຈະ​ກາຍ​ເປັນ​ທູດ​ຊາວ​ໜຸ່ມ​ທີ່​ສົ່ງ​ເສີມ​ມິດ​ຕະ​ພາບ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຈີນ ໂດຍ​ຜ່ານ​ການ​ສຳ​ຜັດ​ຕົວ​ຈິງ​ແລະ​ຊອກ​ຮູ້​ຢູ່​ຈີນ​ເປັນ​ເວ​ລາ 10 ກວ່າມື້​ໃນ​ຄັ້ງ​ນີ້.