ງານເປີດປີທ່ອງທ່ຽວລາວ 2024 ຂອງເມືອງກາສີ ແຂວງວຽງຈັນ ຕິດພັນກັບເທສະການ ກາເຟຫອມ-ໝາກໂມຫວານ ຂຶ້ນເມື່ອບໍ່ດົນມານີ້.
ກາສີ ເປັນເມືອງໜຶ່ງທີ່ມີຈຸດພິເສດ ແລະ ທ່າແຮງດ້ານການທ່ອງທ່ຽວ ເນື່ອງຈາກມີທີ່ຕັ້ງ ພູມສັນຖານຢູ່ໃກ້ກັບເມືອງວັງວຽງ ແລະ ຫລວງພະບາງ, ມີເສັ້ນທາງ 13 ເໜືອ, ທາງກາສີ-ເມືອງນານ, ທາງລົດໄຟ ຜ່ານຂຶ້ນສູ່ບັນດາແຂວງພາກເໜືອຂອງລາວ ເຊື່ອມຈອດກັບ ສປຈີນ; ເປັນເມືອງທີ່ມີທິວທັດທຳມະຊາດພູຜາປ່າໄມ້ ແມ່ນໍ້າລຳເຊອຸດົມສົມບູນ ແລະ ສວຍສົດງົດງາມ ເປັນຕົ້ນ ແມ່ນທຳມະຊາດຜາເຈົ້າ, ຜານົມ, ຜາໂກຍ; ມີສາຍນໍ້າລີກ, ນໍ້າກາຍ. ນອກຈາກນັ້ນ, ປະຊາຊົນບັນດາເຜົ່າຍັງມີວັດທະນະທໍາ ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາຍາວນານ; ມີບຸນປະເພນີ ຕາມຮີດ 12 ຄອງ 14, ບຸນກິນຈຽງ, ບຸນເກຣີ, ບຸນປີໃໝ່ລາວ, ບຸນບັ້ງໄຟ, ບຸນຊ່ວງເຮືອ ແລະ ອື່ນໆ ທີ່ສະແດງໃຫ້ເຫັນເຖິງຄວາມເປັນເອກະລັກຂອງແຕ່ລະທ້ອງຖິ່ນ.
ການເປີດປີທ່ອງທ່ຽວລາວ-ທ່ອງທ່ຽວເມືອງກາສີ, ແຂວງວຽງ ຈັນ 2024 ໃນປີນີ້ ໄດ້ກຳນົດໃຫ້ມີ 2 ກິດຈະ ກຳການທ່ອງທ່ຽວຄື: ເທສະການກາເຟຫອມ, ໝາກໂມ ຫວານ ແລະ ເທສະການບຸນເກຣີ ຂອງເຜົ່າກຶມມຸ ຕາມທີ່ແຂວງໄດ້ກຳນົດໃຫ້.
ນອກຈາກນີ້, ຍັງມີກິດຈະກຳລະດັບທ້ອງຖິ່ນອີກຈຳນວນໜຶ່ງ ທີ່ຈະຈັດຂຶ້ນຢູ່ບັນດາບ້ານ ເພື່ອເປັນການສົ່ງເສີມການທ່ອງ ທ່ຽວ ແນໃສ່ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວນັບມື້ນັບຫລາຍຂຶ້ນ.
ເມືອງກາສີ ໄດ້ກຽມຄວາມພ້ອມ ດ້ານຕ່າງໆ ເປັນຕົ້ນ ການພັດທະນາແຫລ່ງທ່ອງທ່ຽວແຫ່ງໃໝ່, ປັບປຸງພື້ນ ຖານໂຄງລ່າງ ສິ່ງອໍານວຍ ຄວາມສະດວກຕ່າງໆ, ການປັບປຸງຄຸນນະພາບຂອງສະຖານທີ່ພັກແຮມ, ຮ້ານອາຫານ ແລະ ກິດຈະກຳບໍລິການທ່ອງ ທ່ຽວໃຫ້ດີຂຶ້ນກວ່າເກົ່າ.
ປັດຈຸບັນທົ່ວເມືອງມີສະຖານທີ່ພັກແຮມທັງໝົດ 40 ຫົວ ໜ່ວຍ; ມີຮ້ານອາ ຫານ 44 ກິນດື່ມ 7 ຫົວໜ່ວຍ, ສະຖານທີ່ບັນເທີງ 6 ຫົວໜ່ວຍ, ມີສະຖານທີ່ທ່ອງ ທ່ຽວທັງໝົດ 23 ແຫ່ງ. ໃນນັ້ນ, ທ່ອງທ່ຽວທຳມະຊາດ 21 ແຫ່ງ, ປະຫວັດສາດ 1 ແຫ່ງ ແລະ ວັດທະນະທໍາ 1 ແຫ່ງ; ຄາດວ່າໃນ ປີ 2024 ນີ້ ຈະສາ ມາດຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 15.500 ຄົນ.
ຂ່າວ-ພາບ: ນາງ ດາລັກ






