ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຄອບຈັດພິທີປູກຕົ້ນໄມ້, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

May 30, 2025

ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປູກຕົ້ມໄມ້ເນື່ອງໃນໂອກາດສະເຫຼີມສະຫລອງວັນປູກຕົ້ມໄມ້ແຫ່ງຊາດ ຄົບຮອບ 45 ປີ, ວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ (5 ມິຖຸນາ) ໂດຍໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ພຶດສະພາ 2025 ນີ້.
ເປັນກຽດເຂົ້າຮ່ວມພິທີມີທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານອອ້ມຂ້າງເມືອງ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ.
ໃນພິທີ ທ່ານ ສິດທິໂຊກ ແສງຈັນ ຮັກສາການຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຮູ້ວ່າ: ການຈັດກິດຈະກໍາໃນຄັ້ງນີ້ ແມ່ນເພື່ອຮ່ວມແຮງ, ຮ່ວມໃຈກັນປູກໄມ້ໃຫ້ເປັນປ່າ ເຮັດໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ການປູກໄມ້, ການຟື້ນຟູປ່າ ເພື່ອອະນາຄົດ ແລະ ຄືນຄວາມສີຂຽວ ປົກປັກຮັກສາສິ່ງແວດລ້ອມ ເຮັດໃຫ້ຊັບພະຍາກອນທໍາມະຊາດ, ປ່າໄມ້ຊີວະນາໆພັນມີຄວາມອຸດົມສົມບູນ, ມີການຄຸ້ມຄອງນໍາໃຊ້ແບບຍາວນານ ໂດຍບໍ່ມີວັນບົກແຫ້ງ ພ້ອມທັງເປັນການສ້າງຂະບວນການປູກຈິດສໍານຶກໃນທົ່ວປວງຊົນ ຮູ້ເຖິງຄຸນຄ່າປ່າໄມ້ ແລະ ປົກປັກຮັກສາຫວງແຫນຊັບພະຍາກອນອັນເປັນມໍລະດົກຂອງຊາດ ໄດ້ຮັບການພັດທະນາອຸດົມສົມບູນຂຶ້ນໄປເລື້ອຍໆ.
ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີທັງໝົດ 590 ເບ້ຍ, ແບ່ງກັນເປັນ 2 ຈຸດປູກ, ຊຶ່ງປະກອບມີເບ້ຍໄມ້ ແຕ້ຄ່າ, ໄມ້ນາງພະຍາເສືອໂຄ່ງ ແລະ ເບ້ຍໄມ້ຂົມຝາດ ໂດຍປູກໃສ່ເຂດບໍລິເວນໂນນພູພຣະທາດປວກ ແລະ ຢູ່ເຂດອານຸສາວະລີ, ພາຍຫຼັງປູກສໍາເລັດແມ່ນມອບໃຫ້ບັນດາຫ້ອງການ, ອົງການ, ກົມກອງ ເປັນຜູ້ປົກປັກຮັກສາ ໃຫ້ມີຄວາມຈະເລີນຫງອກງາມ ເພື່ອປະຕິບັດຕາມເນື້ອໃນຈິດໃຈ ແລະ ຜັນຂະຫຍາຍ ມາດຕາ 60 ຂອງກົດໝາຍວ່າດ້ວຍປ່າໄມ້ໃຫ້ປະກົດຜົນເປັນຈິງ.
ໂອກາດດຽວກັນ ກໍໄດ້ຮັບຟັງປະຫັວດຄວາມເປັນມາຂອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ (5ມິຖຸນາ) ຈາກທ່ານ ນວນສີ ແກ້ວວົງລັດ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ພາຍໃຕ້ຄໍາຂວັນທີ່ມີຊື່ວ່າ: ຮ່ວມກັນຢຸດທໍາລາຍປ່າໄມ້, ຈູດປ່າແບບຊະຊາຍເພື່ອຟື້ນຟູດິນ, ຕ້ານໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ຕື່ມອີກ.
ພາບ-ຂ່າວ: ພົມມະນີ ອິນສະຫວັນ