ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດ 2025ທີ່ຜ່ານມານີ້ ໄດ້ເກີດເຫດນໍ້າຖ້ວມຊຸ ຢ່າງກະທັນຫັນ ຢູ່ຫຼາຍບ້ານ ພາຍໃນເມືອງຄອບ ແຂວງ ໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ອີງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານ ຜາບ່ອງ, ບ້ານ ມ່ວງດອນມູນ, ບ້ານ ເຄິ່ງຫຼັກຄໍາ, ບ້ານ ປ່າຄາ ແລະ ບ້ານ ນໍ້າພ້າວ ປະກອບມີ 258 ຄອບຄອບ, ມີຜົນລະເມືອງ 1336 ຄົນ, ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ ໃນເບື້ອງຕົ້ນ ຈໍານວນ 2,48,620,000 ກີບ
ປັດຈຸບັນຄະນະນໍາຂອງເມືອງພ້ອມດ້ວຍເຈົ້າໜ້າທີ່ ທີ່ກ້ຽວຂ້ອງພວມເລັ່ງໃຫ້ການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ ໃຫ້ບັນດາຜູ້ໄດ້ຮັບຜົນກະທົບໃນຄັ້ງນີ້

ພາບ – ຂ່າວ: ທອງແກ້ວ ພອນມະລີ


