ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຈຳປາສັກ ສຸມໃສ່ການປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ

Feb 27, 2025

ເມືອງຈຳປາສັກ ສຸມໃສ່ການປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ
ທ່ານ ເພັດສະໝອນ ລືຊາສິນ ເລຂາໜ່ວຍພັກຫ້ອງການໆ ເງິນເມືອງຈໍາປາສັກ ແຂວງຈຳປາສັກ ໃຫ້ສຳພາດວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍທິດນຳຂອງພັກຕໍ່ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກ ຈະທາງດ້ານເສດຖະກິດ-ການເງິນ ໃນໄລຍະຊຸມປີຜ່ານມາໜ່ວຍພັກຫ້ອງການເມືອງຈຳປາສັກ ໄດ້ຫັນເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ. ມາຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ໃຫ້ມີຄວາມສອດຄ່ອງ ກັບສະພາບທ້ອງຖິ່ນຂອງຕົນ, ເຊິ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຄື:
1. ໄດ້ເອົາໃຈໃສ່ໂຄສະນາ, ເຜີຍແຜ່ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວາລະແຫ່ຊາດ ດ້ວຍຫຼາຍຮູບການ ແລະ ຫຼາຍຊ່ອງທາງ ໃຫ້ແກ່ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນຜູ້ປະກອບການຄ້າ-ຂາຍ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ຈິງໃຈແຈ້ງຂໍ້ມູນ ແລະ ປະຕິບັດການເສຍພັນທະພາສີ-ອາກອນ ຂອງຕົນ ແລະ ພັນທະອື່ນໆ ຕາມກົດໝາຍ ແລະ ລະບຽບການ ໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ.
2. ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານຫ້ອງການການເງິນ, ຍົກລະດັບຈັນຍາບັນ, ຄວາມຮູ້-ຄວາມສາມາດ ໃນການຄຸ້ມຄອງ ແລະ ເກັບລາຍຮັບ ຂອງບຸກຄະລາກອນ ໃນຫ້ອງການການເງິນໃຫ້ສູງຂຶ້ນ, ມີຄວາມຮັບຜິດຊອບ, ເປັນລະບົບ ແລະ ສາມາດກວດສອບໄດ້.
3. ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານ ໃຫ້ເປັນຮູບປະທຳ ເພື່ອຮັບປະກັບບໍ່ໃຫ້ເກີດຊ່ອງວ່າງໃນການຈັດປະເພດຫົວໜ່ວຍທຸລະກິດ.
4. ໄດ້ນຳໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນທີ່ທັນສະໄໝ (ລະບົບ TAXRIS), ໂດຍສາມາດເຊື່ອມຕໍ່ກັບລະບົບອາກອນໃນທົ່ວປະເທດ ແລະ ສາມາດເຊື່ອມຕໍ່ກັບຂະແໜງອຸດສາຫະກຳ ແລະ ການຄ້າ. ໄດ້ຫັນການຊຳລະອາກອນລາຍໄດ້ຈາກຈຸນລະວິສາຫະກິດ, ຄ່າທຳນຽມ ແລະ ຄ່າບໍລິການ ໄປສູ່ການຊຳລະສະສາງຜ່ານລະບົບມືຖື ໂດຍຜ່ານລະບົບຂອງທະນາຄານ ແລະ ໃຫ້ບໍລິການດ້ານດິຈິຕອນ.
5. ດ້ານລາຍຈ່າຍງົບປະມານ ແມ່ນເຂົ້າສູ່ລະບົບຄຸ້ມຄອງການເງິນແຫ່ງລັດ (GFIS) ທີ່ທັນສະໄໝ. ຈາກນັ້ນ, ກໍໄດ້ປັບໂຄງສ້າງລາຍຈ່າຍງົບປະມານ ໂດຍກຳນົດເພດານດ້ານລາຍຈ່າຍແຕ່ລະປະເພດ ໃຫ້ມີຄວາມດຸ່ນດ່ຽງກັບລາຍຮັບ, ຫຼຸດຜ່ອນລາຍຈ່າຍບໍລິຫານ ແລະ ອື່ນໆ ທີ່ບໍ່ຈຳເປັນ ເຮັດໃຫ້ຫຼຸດຜ່ອນລາຍຈ່າຍງົບປະມານໃນແຕ່ລະປີ.
ທ່ານ ເພັດສະໜອນ ລືຊາສິນ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຫັນໄດ້ວ່າ ເມືອງຈໍາປາສັກ ຂຸດຄົ້ນໄດ້ທ່າແຮງ ແລະ ຂະຫຍາຍຖານລາຍຮັບໃໜ່ ເຊັ່ນ: ອາກອນ ແລະ ຊັບສິນ. ການຈັດເກັບລາຍຮັັບເຂົ້າງົບປະມານ ຕິດພັນກັບການຫັນລະບົບຄຸ້ມຄອງເກັບລາຍຮັບໃຫ້ທັນສະໄໝ ເຮັດໃຫ້ລາຍຮັບເພີ່ມຂື້ນໃນແຕ່ລະປີ ສະເລ່ຍ 28,5% ແລະ ສາມາດປະຕິບັດລາຍຮັບເກີນແຜນ ສາມປີຊ້ອນ. ນອກຈາກນີ້, ການປະຕິບັດລາຍຈ່າຍງົບປະມານ ກໍມີຄວາມໂປ່ງໃສ, ປະຢັດມັດທະຍັດ, ມີປະສິດທິພາບ ແລະ ສາມາດກວດສອບໄດ້.