ຕອນບ່າຍຂອງ ວັນທີ 28 ພະຈີກ 2024 ນີ້ ທີ່ຫຼັກໜາຍ 7 ຊາຍແດນ ລາວ-ຈີນ ໄດ້ມີພິທີ ມອບ-ຮັບ ການຊ່ວຍເຫຼືອຈາກ ເມືອງຈຽງເຊີນ ນະຄອນພູເອີແຂວງຢູນນານ ແຫ່ງ ສປ ຈີນ ໃຫ້ ແຂວງຜົ້ງສາລີ ເພື່ອນໍາໃຊ້ເຂົ້າໃນການກະກຽມຈັດງານມະຫາກໍາກິລາໂຍນໝາກຄອນ 3 ປະເທດ ລາວ-ຫວຽດນາມ-ຈີນ ຄັ້ງທີ VIII.
ຕາງໝ້າຝ່າຍ ແຂວງຜົ້ງສາລີ ນໍາໂດຍ ທ່ານ ທອງສະຫວັນ ອິນທະແສງ ຮອງຫົວໝ້າພະແນກການເງີນແຂວງຜົ້ງສາລີ, ອະນຸກຳ ມະການເສດຖະກິດ ຈັດງານມະຫາກຳກິລາໂຍນໝາກຄອນ 3 ປະເທດ ລາວ-ຫວຽດນາມ-ຈີນ ທີ່ແຂວງຜົ້ງສາລີ ແລະ ຝ່າຍເມືອງຈຽງເຊີນ ນໍາໂດຍ ທ່ານ ຫລົງຈ່ຽນຮົງ ຫົວໜ້າຫ້ອງການພົວພັນຕ່າງປະເທດ ເມືອງຈຽງເຊີນ, ນະຄອນພູເອີ,ແຂວງຢູນນານ ແຫ່ງ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງຂອງຄະນະຮັບຜິດຊອບຂອງສອງຝ່າຍເຂົ້າຮ່ວມເປັນສັນຄີພິຍານ.
ໃນພິທິດັ່ງກ່າວ ສອງຝ່າຍໄດ້ເຊັນສັນຍາວ່າດ້ວຍການຮ່ວມມືດ້ານການກໍ່ສ້າງເວທີ ການສະແດງ ແລະ ວຽກງານການຈຸດຢັ້ງໄຟດອກ ໃນງານ ມະຫາກຳກິລາໂຍນໝາກຄອນ 3 ປະເທດ ລາວ-ຫວຽດນາມ-ຈີນ ຄັ້ງທີ VIII
ສະຖານທີ່ກໍ່ສ້າງເວທີ: ສວນສາທາລະນະຫຼັກເມືອງ, ເມືອງບຸນເໜືອ, ແຂວງຜົ້ງສາລີ ໃນການກໍ່ສ້າງເວທີ: ໂຄງສ້າງເວທີ, ໜ້າຈໍເອເລັກໂຕຣນິກ, ດອກໄຟແສງສີ, ເຄື່ອງສຽງ, ໄມໂຄໂຟນ ປະເພດບັ້ງໄຟດອກ ແລະ ການກຳນົດເວລາຈູດ ແລະ ມອບວັດຖຸອຸປະ ກອນແມ່ນ ໝາກຄາງ ຈຳນວນ 20 ຊຸດ; ໝາກຄອນ ຈໍານວນ 80 ໜ່ວຍ; ຫີບເຄື່ອງໝາຍໝາກຄອນ ຈໍານວນ 5 ອັນ; ເປົ້າວົງກົມໂຍນໝາກຄອນ ຈໍານວນ 5 ອັນ ລວມມູນຄ່າໃນການຊ່ວຍ ເຫຼືອທັງໝົດແມ່ນ 600,000 ຢວນ.
ຂ່າວ: ແກ້ວສະຫວ່າງ





