ວັນທີ 28 ມິນາ 2025 ນີ້ ເມືອງຊານໄຊ, ແຂວງອັດຕະປື ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955–22 ມີນາ 2025) ຄົບຮອບ 70 ປີ ທີ່ຫ້ອງປະຊຸມກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ.
ສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ເລຂາພັກເມືອງຊານໄຊ ໄດ້ຫວນຄືນມູນເຊື້ອແຫ່ງການນໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງພັກປະ ຊາຊົນປະຕິວັດລາວ, ການ ນໍາພາຂອງພັກໃນຕະຫຼອດ 70 ປີ ຜ່ານມາ, ເພື່ອສືບຕໍ່ເສີມຂະ ຫຍາຍພາລະກໍາປະຫວັດສາດອັນຍິ່ງໃຫຍ່ ແລະການສືບຕໍ່ພາລະ ກິດປະຕິວັດຂອງພັກໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນ ແລະ ມີໄຊ.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ຍັງໄດ້ມີການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ອະ ດີດການນຳ, ພະນັກງານປະຕິວັດ-ອາວຸໂສບຳນານ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ, ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ,ຈຳນວນທັງໝົດ 100 ສະຫາຍ, ຍິງ 4 ສະຫາຍ, ໃຫ້ກຽດປະດັບຫຼຽນຄັ້ງນີ້ໂດຍ ສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ເລຂາພັກເມືອງຊານໄຊ ຢ່າງສົມກຽດ.
ຂ່າວໂດຍ:ສຸກສະຫວ່າງ





