ວັນທີ 13 ມີນາ 2025 ນີ້ ເມືອງຊານໄຊ ແຂວງອັດຕະປື ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XIV ຂຶ້ນທີ່ຫ້ອງປະຊຸມ ກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ຫັດສະໄນ ສີບຸນເຫຼືອງ ກໍາມະການພັກແຂວງ ເລຂາພັກເມືອງ, ວ່າການເຈົ້າເມືອງຊານໄຊ, ເປັນກຽດເຂົ້າຮ່ວມຊີ້ນຳມີ ສະຫາຍ ພົນໂທ ວັນທອງ ກອງມະນີກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີບັນດາສະຫາຍຄະນະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ແຂກຖືກເຊີນ ແລະຜູ້ແທນສົມບູນ ຈຳນວນ 155 ສະຫາຍ, ຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ ທັງໝົດ 1.380 ສະຫາຍ, ຍິງ 324 ສະຫາຍ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ຫັດສະໄນ ສີບຸນເຫຼືອງ ກໍາມະການພັກແຂວງ, ເລຂາພັກເມືອງ, ວ່າການເຈົ້າເມືອງຊານໄຊ ໄດ້ມີຄຳເຫັນກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ຜູ້ແທນກອງປະຊຸມຈະໄດ້ພ້ອມກັນພິຈາລະນາຮັບຮອງເອົາ ບົດລາຍງານການເມືອງ ເຊິ່ງຈະໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIIl ຂອງອົງຄະນະພັກເມືອງ, ພ້ອມທັງຖອດຖອນບົດຮຽນທີ່ເປັນປະໂຫຍດ ແລະ ຕົກລົງແຜນທິດທາງໜ້າທີ່ລວມ, ພິຈາລະນາຮັບຮອງເອົາ ແຜນພັດທະນາເສດຖະກິດ- ສັງຄົມ 5 ປີຕໍ່ໜ້າແຕ່ປີ 2025-2029, ໜ້າທີ່ສຳຄັນອັນໜຶ່ງຂອງກອງປະຊຸມໃຫຍ່ແມ່ນຈະໄດ້ສຳຫຼວດຕີລາຄາການນຳພາຂອງຄະນະບໍລິຫານງານພັກເມືອງ ສະໄໝທີ XIIl ແລະ ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ພ້ອມນັ້ນໃນກອງປະຊຸມ ສະຫາຍ ນາງ ແກ້ວສະໝອນ ແກ້ວນະສັກ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ໃຫ້ກຽດຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ, ຮັບຟັງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ໄລ ຍະແຕ່ປີ 2020-2024, ແລະ ທິດທາງແຜນການ 5 ປີ ຄັ້ງທີ X, ຜ່ານບົດສໍາຫຼວດນໍາພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝ ທີ XIIl, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂອງບັນດາຂະແໜງການ, ຕົວແບບດ້ານຕ່າງໆຂອງເມືອງ ແລະ ກອງປະຊຸມໃຫຍ່ຍັງຈະໄດ້ປະຕິບັດໜ້າທີ່ອັນສຳຄັນ ໃນການໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກເມືອງ ຄັ້ງທີ XIV ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 1 ວັນເຄິ່ງຈິ່ງສໍາເລັດ.
ຂ່າວ: ສຸກສະຫວ່າງ




