ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຊົນນະບູລີ ຈັດສົ່ງນັກຮຽນຈົບ ມ7 ຈຳນວນ 52 ຄົນ ທີ່ສະໝັກໃຈໄປຮຽນຕໍ່ວິຊາຊີບຄູ

Nov 1, 2024

ວັນທີ 31 ຕຸລາ 2024, ທີ່ສະໂມສອນຂອງເມືອງຊົນນະບູລີ, ແຂວງສະຫວັນນະເຂດ ໄດ້ມີພິທີຈັດສົ່ງນັກຮຽນທີ່ຈົບຊັ້ນ ມ7 ໄປຮຽນຕໍ່ມະຫາວິທະຍາໄລສະຫວັນນະເຂດ ແລະ ວິທະຍາໄລຄູສະຫວັນນະເຂດ ໂດຍປະຕິບັດຕາມແຈ້ງການຂອງທ່ານເຈົ້າ ແຂວງສະຫວັນນະເຂດ ວ່າດ້ວຍການຮັບ ເອົານັກຮຽນໄປສຶກສາຕໍ່ທີ່ສອງສະຖາບັນດັ່ງກ່າວ ປະຈໍາສົກ 2024-2025 ເພື່ອຊຸກຍູ້ສົ່ງເສີມແຜນການສ້າງຊັບພະຍາກອນມະນຸດຂອງແຂວງ ທັງສ້າງບຸກຄະລາກອນຄູໃຫ້ກັບຄວາມຮຽກຮ້ອງຕ້ອງການຄູສອນຂອງສັງຄົມໃນຕໍ່ໜ້າ.
ເມືອງຊົນນະບູລີ ມີນັກຮຽນທີ່ຮຽນຈົບ ຊັ້ນ ມ7 ສະໝັກໃຈໄປຮຽນຕໍ່ຄູຈຳນວນ 52 ຄົນ, ຍິງ 36 ຄົນ ຊຶ່ງແຍກຕາມສາຍຮຽນ ດັ່ງນີ້: ຄູອະນຸບານ 7 ຄົນ, ຍິງ 7 ຄົນ, ຄູປະຖົມ 18 ຄົນ ຍິງ 13 ຄົນ, ຄູມັດທະຍົມ 27 ຄົນ 16 ຍິງ .
ນ້ອງນັກຮຽນຈຳນວນດັ່ງກ່າວ ຈະໄດ້ສິດທິພິເສດ ຄື: ຈະໄດ້ເງິນອູດໜູນອັດຕາເບ້ຍລ້ຽງ 9 ແສນກີບຕໍ່ຄົນຕໍ່ເດືອນ.