ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຊຽງຮ່ອນ ລົງກວດກາ ແລະ ທຳລາຍສິນຄ້າໝົດອາຍຸ

Nov 19, 2024

ເມື່ອບໍ່ດົນມານີ້, ຄະນະກຳມະການຄຸ້ມຄອງ ກວດກາສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ລົງກວດກາສິນຄ້າໝົດອາຍຸ ຢູ່ສະຖານທີ່ຈັດບຸນຊ່ວງເຮືອເມືອງຊຽງຮ່ອນ ປະຈຳປີ 2024 ເພື່ອເຮັດໃຫ້ຜູ້ບໍລິໂພກ ໄດ້ບໍລິໂພກສິນຄ້າທີ່ມີຄຸນະພາບ ແລະ ມີຄວາມປອດໄພຕໍ່ສຸຂະພາບ.
ການລົງກວດກາສິນຄ້າຄັ້ງນີ້, ໄດ້ກວດກາທັງໝົດ 16 ຮ້ານ ແລະ ໄດ້ພົບເຫັນຮ້ານຄ້າທີ່ຍັງວາງຂາຍສິນຄ້າໝົດອາຍຸ ຊຶ່ງມີສິນຄ້າ 53 ລາຍການທີ່ໝົດອາຍຸ ເປັນຕົ້ນ ເຄື່ອງປຸງແຕ່ງອາຫານ, ເຄື່ອງດຶ່ມ, ນົມ, ເຂົ້າໜົມ, ອາຫານທະເທທີ່ມີສານປົນເປື້ອນ ແລະ ອາຫານເຄິ່ງສຳເລັດຮູບ ລວມມູນຄ່າ 20 ລ້ານກວ່າກີບ. ພ້ອມນີ້, ທາງຄະນະກຳມະການ ຍັງໄດ້ນຳເອົາສິນຄ້າດັ່ງກ່າວໄປທຳລາຍຖິ້ມ ພ້ອມທັງແນະນຳໃຫ້ຜູ້ປະກອບການ ໃນດ້ານລະບຽບການຊື້-ຂາຍສິນຄ້າ, ກວດກາສິນຄ້າຂອງຕົນ ພ້ອມເຮັດບົດບັນທຶກກ່າວເຕືອນ ກັບຜູ້ປະກອບການທີ່ຍັງວາງຂາຍສິນຄ້າໝົດອາຍຸ ເພື່ອບໍ່ໃຫ້ວາງຂາຍຄັ້ງຕໍ່ໄປ. ການວາງຂາຍສິນຄ້າໝົດອາຍຸ ເປັນອັນຕະລາຍຕໍ່ຜູ້ບໍລິໂພກ ສະນັ້ນ, ການກວດກາສິນຄ້າໝົດອາຍຸ ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ບໍລິໂພກ ໄດ້ບໍລິໂພກສິນຄ້າທີ່ມີຄຸນະພາບ ແລະ ມີຄວາມປອດໄພຕໍ່ສຸຂະພາບ.
ສຳລັບຜູ້ບໍລິໂພກກ່ອນຈະຊື້ສິນຄ້າປະເພດຕ່າງໆ ຄວນເລືອກ ແລະ ສັງເກດເບິ່ງຄຸນຄ່າທາງໂພຊະນາການ ແລະ ວັນເດືອນປີໝົດອາຍຸຂອງສິນຄ້າດັ່ງກ່າວ ເພື່ອຮັບ ປະກັນໃຫ້ສິນຄ້າທີ່ຕົນເອງ ຈະເອົາມາບໍລິໂພກ ເປັນສິນຄ້າທີ່ມີຄຸນນະພາບ ແລະ ມີປະໂຫຍດຕໍ່ຮ່າງກາຍ.