ພິທີປະກາດເມືອງຊຽງເງິນ ເປັນເມືອງພົ້ນທຸກ ຕາມດຳລັດ 348 ຂອງລັດຖະບານ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2025 ນີ້, ຢູ່ສະໂມສອນຂອງເມືອງ, ມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ແຂກຮັບເຊີນ, ການນຳຂອງເມືອງ ແລະອົງການປົກຄອງບ້ານ 49 ບ້ານ ທົ່ວເມືອງເຂົ້າຮ່ວມ. ທ່ານ ສົມແວດເພັດ ດວງປະສິດ ເຈົ້າເມືອງຊຽງເງິນ ໄດ້ລາຍງານກ່ຽວກັບການສ້າງເມືອງຊຽງເງິນ ເປັນເມືອງພົ້ນທຸກ ຕາມດຳລັດ 348 ຂອງລັດຖະບານ ວ່າດວ້ຍມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ ຜ່ານການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ເຮັດໃຫ້ເມືອງຊຽງເງິນ ມີຜົນສຳເລັດເປັນພື້ນຖານຫຼາຍດ້ານ, ທັງໄດ້ຮັບການພັດທະນາຫຼາຍກ່າວເກົ່າ, ຍ້ອນຄະນະພັກ-ອົງການປົກຄອງເມືອງ ສາມາດຮັກສາສະຖຽງລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມສາມັກຄີປອງດອງ, ມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກ-ລັດ, ປະຊາຊົນມີຄວາມຕື່ນຕົວໃນການພັດທະນາເສດຖະກິດຄອບຄົວ ເຮັດໃຫ້ລະບົບເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8,7% ຕໍ່ປີ, ລວມຍອດລາຍຮັບພາຍໃນ ຫຼື GO ບັນລຸໄດ້ 644 ຕື້ 579 ລ້ານກວ່າກີບ ສະເລ່ຍໄດ້ 17 ລ້ານ 5 ແສນກວ່າກີບ ຫລື ເທົ່າກັບ 875 ກວ່າໂດລ່າສະຫະລັດຕໍ່ຄົນຕໍ່ປີ. ຜ່ານການປະເມີນ ໃນປີ 2023 ແລະ 2024 ເຫັນວ່າ ບ້ານທີ່ບັນລຸມາດຕະຖານບ້ານພົ້ນທຸກ ມີ 41 ບ້ານ, ກວມ 83,66%, ສະເພາະ 9 ມາດຖານເມືອງພົ້ນທຸກ ຕາມດໍາລັດ ເລກທີ 348 ຂອງລັດຖະບານ ເຫັນວ່າ: ເມືອງຊຽງເງິນ ສາມາດບັນລຸ ໄດ້ຕາມຄາດໝາຍ ໃນນັ້ນ ມາດຖານທີ 01 ມີໂຮງຮຽນມັດທະຍົມສົມບູນ, ອັດຕາການເຂົ້າຮຽນລວມຊັ້ນມັດທະຍົມສົມບູນ ບັນລຸ 67,6%, ມາດຖານທີ 02 ມີໂຮງໝໍເມືອງ ຫຼື ເຂົ້າເຖິງການບໍລິການໂຮງໝໍແຂວງ ສາມາດປະກາດ ເປັນບ້ານສາທາລະນະສຸກແບບຢ່າງໄດ້ 100%, ມາດຖານທີ 03 ເທດສະບານເມືອງໄດ້ຊົມໃຊ້ນໍ້າປະປາຊຸມຊົນ ຫຼື ລະບົບນໍ້າປະປາ ບັນລຸ 42,65%, ໃນນີ້ ກຸ່ມເທດສະບານເມືອງມີ 07 ບ້ານ, ໄດ້ຊົມໃຊ້ນໍ້າປະປາ 100%, ມາດຖານທີ 04 ເທດສະບານເມືອງ ໄດ້ຈັດຕັ້ງປະຕິບັດຕາມແຜນຜັງ, ມາດຖານ 05 ມີເສັ້ນທາງເຂົ້າເຖິງ ທຽວໄດ້ຕະຫຼອດປີ ແລະເຊື່ອມຈອດກັບທຸກບ້ານພາຍໃນເມືອງ, ມາດຖານ 06 ມີລະບົບໂທລະຄົມມະນາຄົມ, ຂົນສົ່ງ ແລະຂໍ້ມູນຂ່າວສານ, ມາດຖານທີ 07 ມີຕະຫຼາດຊື້ – ຂາຍສິນຄ້າ ເປັນປົກກະຕິ, ມາດຖານທີ 08 ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດຕິຜົນ ແລະມາດຖານທີ 09 ມີບ້ານພົ້ນທຸກຫຼາຍກວ່າ 70% ຂຶ້ນໄປ ຂອງຈໍານວນບ້ານທັງໝົດພາຍໃນເມືອງ. ໂອກາດນີ້ ທ່ານຮອງເຈົ້າແຂວງຫຼວງພະບາງ ໄດ້ຂຶ້ນມອບນາມມະຍົດເມືອງພົ້ນທຸກ ພ້ອມທັງມີຄຳເຫັນໂອ້ລົມຕອນທ້າຍ ໄດ້ມີການເປີດປ້າຍ ແລະລັ່ນຄ້ອງ 9 ບ້ານ ເພື່ອປະກາດເມືອງຊຽງເງິນ ເປັນເມືອງພົ້ນທຸກຢ່າງເປັນທາງການ.





