ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຍອດອູ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ທີ່ສຳຄັນຂອງພັກ-ຂອງຊາດ.

Mar 7, 2025

ໃນຕອນເຊົ້າຂອງ ວັນທີ 06 ມີນາ 2025 ນີ້ ຢູ່ທີ່ສະໂມສອນເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( ວັນທີ 22 ມີນາ 1955 – 22 ມີນາ 2025 ) ແລະ ສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ ( ວັນທີ 8 ມີນາ 1910 – 8 ມີນາ 2025 ) ໂດຍພາຍໃຕ້ການເປັນທານຂອງ ທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຍອດອູ, ມີບັນດາທ່ານກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າ, ຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ຄະນະໜ່ວຍສະຫະພັນແມ່ຍິງ, ພະນັກງານ-ລັດຖະກອນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ອ້ອມຂ້າງເທດສະບານເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານນາງ ແກ່ນຈັນ ບຸນຄຳປະເສີດ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ໄດ້ຂື້ນເລົ່າຄືນປະຫວັດມູນເຊືື້ອແຫ່ງການກຳເນີດຂອງວັນແມ່ຍິງສາກົນ ຄົບຮອບ 115 ປີ ເຊິ່ງທ່ານໄດ້ກ່າວວ່າ: ວັນແມ່ຍິງສາກົນເປັນວັນແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ແລະ ຍົກໃຫ້ເຫັນຂະບວນການຕໍ່ສູ້ຂອງແມ່ຍິງໃນທົ່ວໂລກ ທີ່ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານ, ເພື່ອເຮັດວຽກມື້ລະ 8 ຊົ່ວໂມງ ແມ່ຍິງ ແລະ ຜູ້ຊາຍ, ເຮັດວຽກເທົ່າທຽມກັນ ໄດ້ເງິນເດືອນເທົ່າກັນ, ມີສິດສະເໝີພາບລະຫວ່າງຍິງ-ຊາຍທາງດ້ານການເມືອງ, ການພັດທະນາຄອບຄົວ, ຕ້ອງມີລະບົບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ພ້ອມທັງທວງເອົານະໂຍບາຍຕໍ່ແມ່ຍິງໃນເວລາເຈັບປ່ວຍ, ຖືພາ ແລະ ເກີດລູກ, ຍົກໃຫ້ເຫັນພາລະບົດບາດ ແລະ ໜ້າທີ່ຂອງເອື້ອຍນ້ອງສະຫະພັນແມ່ຍິງ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງເປັນຕົ້ນແມ່ນອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບພາກພື້ນ, ສາກົນ, ແລະ ອາຊຽນ ນະໂຍບາຍຄວາມກ້າວໜ້າຂອງແມ່ຍິງລາວ ວຽກງານການຮ່ວມມືກັບຕ່າງປະເທດ ແລະ ວຽກງານອື່ນໆ. ມາຮອດວັນທີ 8 ມີນາ 1908 ແມ່ຍິງໄດ້ເດີນຂະບວນປະທ້ວງ ເພື່ອໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການກົດຂີ່ຂູດຮີດແຮງງານແມ່ຍິງ ແລະ ເດັກນ້ອຍ, ມາເຖິງປີ 1910 ຂະບວນຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກສູ່ປະເທດນາຍທຶນ ຢູ່ທະວີບເອີລົບ ແລະ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດໄດ້ຈັດຂື້ນ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ, ແມ່ຍິງໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງ ແລະ ເລົ່າຄືນມູນເຊື້ອວັນສຳຄັນດັ່ງກ່າວເພື່ອໃຫ້ແມ່ຍິງລາວກຳໄດ້ມູນເຊື້ອຂອງຕົນຢ່າງຈະແຈ້ງ ແລະ ເຂົ້າໃຈຕໍ່ວັນແມ່ຍິງສາກົນ. ພ້ອມທັງຈັດກິດຈະກຳຖາມ-ຕອບວິທະຍາສາດຢ່າງເບີກບານມ່ວນຊື່ນ. ໃນພິທີ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ກໍ່ໄດ້ຂື້ນຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ຈາກນັ້ນ ທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເລົ່າຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເຊິ່ງທ່ານກໍ່ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ, ການເຕົ້າໂຮມປະຊາຊົນລາວບັນດາເຜົ່າ ເພື່ອນໍາພາປະເທດລາວຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂື້ນແບບເກົ່າ-ແບບໃໝ່, ໂດຍສະເພາະແມ່ນການນໍາພາ-ຊີ້ນຳ ຂອງພັກໃນການຕໍ່ສູ້ກູ້ຊາດໃນແຕ່ລະຍຸກສະໄໝ ຈົນມາຮອດປະຈຸບັນ, ຍົກໃຫ້ເຫັນເຖິງທາດແທ້, ພາລະບົດບາດນຳໜ້າຂອງພັກປະຊາຊົນປະຕິວັດລາວ ອັນມີກຽດສະຫງ່າ ແລະ ໜັກແໜ້ນ.
ພາບ-ຂ່າວ: ໄລພອນ ສີສົມພອນ ຖວທ ເມືອງ ຍອດອູ.