ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງດາກຈຶງ ຈັດງານບຸນຊ່ວງເຮືອແພປະເພນີ ປະຈຳ 2025

Mar 31, 2025

ເມືອງດາກຈຶງ ແຂວງເຊກອງ ຈັດງານບຸນຊ່ວງເຮືອແພປະເພນີ ປະຈຳປີ 2025 ໃນວັນທີ 29-30 ມີນາ 2025 ທີ່ອ່າງໂຕ່ງຫ້ວຍປຼີງ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງເຊກອງ, ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ, ມີການນໍາຈາກແຂວງ-ເມືອງ ຕະຫລອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນ.
ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ໃຫ້ຮູ້ວ່າ: ບຸນຊ່ວງເຮືອແພປະເພນີປີນີ້, ມີເຮືອຊ່ວງເຂົ້າຮ່ວມແຂ່ງທັງໝົດ 29 ລໍາ/ຄະນະ. ໃນນີ້, ປະເພດເຮືອແພປະເພນີຊາຍ 7 ສີພາຍ ມີ 8 ລຳ/ຄະນະ, ເຮືອແພປະເພນີຍິງ 7 ສີພາຍ 9 ລຳ/ຄະນະ, ເຮືອກາບສະໝັກຫລິ້ນຊາຍ 7 ສີພາຍ 5 ລໍາ/ຄະນະ ແລະ ເຮືອກາບສະໝັກຫລິ້ນຊາຍ 12 ສີພາຍ 6 ລຳ/ຄະນະ. ຊຶ່ງຜົນການແຂ່ງຂັນ ປະເພດເຮືອແພຊາຍ 7 ສີພາຍ ອັນດັບທີ I ບ້ານງອນດອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ, ອັນດັບທີ II ບໍລິສັດວິນນີພາໂຊກ ໄດ້ຮັບເງິນສົດ 8 ລ້ານກີບ ແລະ ອັນດັບທີ III ບ້ານດາກບອງ ໄດ້ຮັບເງິນສົດ 6 ລ້ານກີບ; ປະເພດເຮືອແພຍິງ 7 ສີພາຍ ອັນດັບທີ I ບ້ານດາກຈຶງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ, ອັນດັບທີ II ບໍລິສັດວິນນີພາໂຊກ ໄດ້ຮັບເງິນສົດ 8 ລ້ານກີບ ແລະ ອັນດັບທີ III ບ້ານດາກບອງ ໄດ້ຮັບເງິນສົດ 6 ລ້ານກີບ; ປະເພດເຮືອກາບສະໝັກຫລິ້ນ 7 ສີພາຍ ອັນດັບ I ເຮືອນພັກສຸພາພອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 8 ລ້ານກີບ, ອັນດັບ II ເຜົ່າກະຕູ ໄດ້ຮັບເງິນສົດ 6 ລ້ານກີບ ແລະ ອັນດັບ III ຂົງເຂດເສດຖະກິດ ໄດ້ຮັບເງິນສົດ 4 ລ້ານກີບ ແລະ ປະເພດເຮືອກາບສະໝັກຫລິ້ນ 12 ສີພາຍ ອັນດັບ I ດ່ານພາສີສາກົນດາກຕະອອກ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 8 ລ້ານກີບ, ອັນດັບ II ບໍລິສັດວິນນີພາໂຊກ ໄດ້ຮັບເງິນສົດ 6 ລ້ານກີບ ແລະ ອັນດັບ III ຂົງເຂດເສດຖະກິດ ໄດ້ຮັບເງິນສົດ 4 ລ້ານກີບ.
ທ່ານ ສົມພອນ ສາຍສຸວັນ ໃຫ້ຮູ້ຕື່ມວ່າ: ບຸນປະເພນີຊ່ວງເຮືອແພ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 29-30 ມີນາ ຂອງທຸກໆປີ, ເປັນບຸນປະເພນີໜຶ່ງທີ່ສໍາຄັນ ແລະ ຕິດພັນກັບການດໍາລົງຊີວິດຂອງປະຊາຊົນພາຍໃນເມືອງ ໂດຍສະເພາະແມ່ນເຮືອແພ ເປັນພາຫະນະປະເພດໜຶ່ງທີ່ປະຊາຊົນໄດ້ນໍາໃຊ້ເຂົ້າໃນການລໍາລຽງຂົນສົ່ງເຂົ້າປາອາຫານ ໃຫ້ແກ່ນັກຮົບແນວໜ້າໃນສະໄໝສົງຄາມ. ສະນັ້ນ, ການຈັດງານບຸນດັ່ງກ່າວ ກໍເພື່ອເປັນການອະນຸລັກຮັກສາພູມປັນຍາ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ແລະ ເພື່ອໂຄສະນາສົ່ງເສີມການທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງທ່ຽວມາທ່ຽວຊົມເມືອງດາກຈຶງໃຫ້ຫລາຍຂຶ້ນ ປະກອບສ່ວນທາງດ້ານເສດຖະກິດ ທີ່ໄດ້ນໍາເອົາຜົນປະໂຫຍດໂດຍກົງໃຫ້ມາປະຊາຊົນ ແລະ ສັງຄົມ.
ຂ່າວ: ສັນຍາ