ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງດາກຈຶງ ຈັດງານປະເພນີບຸນກິນເຂົ້າໃໝ່ ປະຈຳປີ 2024

Dec 17, 2024

ໃນລະຫວ່າງວັນທີ 14-15 ທັນວາ 2204 ຜ່ານມານີ້, ເມືອງດາກຈຶງ ແຂວງເຊກອງຮ່ວມກັບ ບໍລິສັດມອນຊູນວິນພາວເວີ ໄດ້ຈັດງານປະເພນີບຸນກິນເຂົ້າໃໝ່ ປະຈຳປີ 2024 ຢູ່ທີ່ເດີ່ນອ່າງໂຕ່ງຫ້ວຍປຣີງ, ໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳເພັດ ສອນຈະເລີນ ຮອງເຈົ້າເມືອງດາກຈຶງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ, ທ່ານ ນາງ ພາຣາໄດ ສືບມາ ປະທານບໍລິສັດມອນຊູນວິນພາວເວີ ຈຳກັດ, ມີບັນດາແຂກຖືກເຊີນຈາກແຂວງ-ເມືອງອ້ອມຂ້າງ, ໂຄງການມອນຊູນວິນພາວເວີ, ນັກກິລາປະເພດຕ່າງໆ ແລະ ປະຊາຊົນຊາວເມືອງດາກຈຶງ ເຂົ້າຮ່ວມຢ່າງຫຼວງຫຼາຍ
ທ່ານ ຄຳເພັດ ສອນຈະເລີນ ຮອງເຈົ້າເມືອງດາກຈຶງ ປະທານຈັດງານປະເພນີບຸນກິນເຂົ້າໃໝ່ ປະຈຳປີ 2024 ໄດ້ໃຫ້ຮູ້ວ່າ: ປະເພນີບຸນກິນເຂົ້າໃໝ່ ແມ່ນໄດ້ສືບສານກັນມາແຕ່ບັນພະບຸລຸດປູ່ຫຍ່າຕາຍາຍຈົນຕົກທອດມາຮອດຮຸ່ນລູກ, ຮຸ່ນຫຼານ ທີ່ສະແດງເຖິງຄວາມສໍາເລັດຈາກການເກັບກ່ຽວຜົນຜະລິດການປູກເຂົ້າຂອງຊາວໄຮ່ນາ; ເຊິ່ງງານປະເພນີບຸນກິນເຂົ້າໃໝ່ ປະຈໍາປີ 2024 ນີ້ ເປັນກິດຈະກຳໜຶ່ງທີ່ສຳຄັນຂອງຊາວເມືອງດາກຈຶງ ເພື່ອແນໃສ່ການອະນຸລັກຮັກສາວັດທະນະທຳທີ່ເປັນເອກະລັກ, ຮີດຄອງປະເພນີອັນດີງາມ, ທັງເປັນການເຜີຍແຜ່ປະເພນີບຸນກິນເຂົ້າໃໝ່ຂອງຊາວເມືອງດາກຈຶງ ອອກສູ່ສັງຄົມວົງກວ້າງ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ພັດທະນາເສດຖະກິດ-ສັງຄົມ ແລະ ເປັນການຖ່າຍທອດວັດທະນະທໍາຮີດຄອງປະເພນີ ຈາກຄົນຮຸ່ນເກົ່າສູ່ຄົນຮຸ່ນໃໝ່ໃຫ້ຄຽງຄູ່ກັບຊາວເມືອງດາກຈຶງພວກເຮົາຕະຫຼອດໄປ.
ງານປະເພນີບຸນກິນເຂົ້າໃໝ່ ປະຈໍາປີ 2024 ຂອງຊາວເມືອງດາກຈຶງ ປະກອບມີ: ງານບຸນປະເພນີປະຈໍາປີ, ການສະແດງສິນລະປະ, ງານວາງສະແດງຜະລິດຕະພັນໂອດັອບຂອງເມືອງ(ເຫຼົ້າ-ຊາໂສມ, ເຫຼົ້າ-ຊາຣຳ), ອາຫານພື້ນເມືອງຂອງແຕ່ລະບ້ານ(ແຈະບວມຣອງ, ແຈະຕະບົງ, ຢຳດຣຶງ, ແຈະຢອຍ ແລະ ດາກແຣດ) ເປັນຕົ້ນ; ນອກນີ້ ຍັງມີການແຂ່ງຂັນກິລາປະເພດຕ່າງໆ ຄື: ກິລາສາກົນ ຟຸດຊໍ 8 ຄົນ (ຊາຍ, ຍິງ); ບານສົ່ງ (ຍິງ); ແລະ ກິລາພື້ນເມືອງ ກິລາໜ້າເກັກ (ທິມປະສົມຍິງ-ຊາຍ); ເຈັດເນັງ(ຊັດຫຼາວ) (ຍິງ, ຊາຍ) ແລະ ກິລາຕຳເຂົ້າ (ທີມປະສົມຍິງ-ຊາຍ).
ຂ່າວ-ພາບ: ພຸດທະໄຊ ຍົວມະນີ
May be an image of 6 people and text