ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງດາກຈຶງ ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XVI

Feb 12, 2025

ເມືອງດາກຈຶງ ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XVI
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ດາກຈຶງ ຄັ້ງທີ XVI ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 11 ກຸມພາ 2025 ທີ່ສະໂມສອນເມືອງດັ່ງກ່າວ, ໂດຍມີສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງເຊກອງ, ບັນດາສະຫາຍຄະນະຊີ້ນໍາ, ຊຸກຍູ້ຕິດຕາມການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃຫ່ຍຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກເມືອງຊຸດເກົ່າ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດໃຫ້ມີດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XIV ໃນ 5 ປີຜ່ານມາ. ພ້ອມທັງ ຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ເພື່ອສືບຕໍ່ພັດທະນາເມືອງດາກຈຶງ ໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮ້ອຍໂດຍພື້ນຖານ, ເສດຖະກິດ, ວັດທະນະທໍາ-ສັງຄົມ ລວມທັງຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່.
ພ້ອມກັນນີ້, ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ XVI ຈໍານວນ 27 ສະ ຫາຍ, ຍິງ 5 ສະຫາຍ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ຈໍານວນ 16 ສະຫາຍ, ຍິງ 3 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງຄະນະປະຈໍາພັກເມືອງຈໍານວນ 9 ສະຫາຍ, ຍິງ 2 ສະຫາຍ ແລະ ເປັນເອກະພາບເລືອກເອົາສະຫາຍ ເພັງນາ ຈັນທະພອນ ເປັນເລຂາພັກເມືອງ, ສະຫາຍ ສີນ້ອຍ ສອນຈະເລີນ ແລະ ສະຫາຍ ສົມພອນ ສາຍສຸວັນ ເປັນຮອງເລຂາພັກເມືອງ; ເລືອກເອົາສະຫາຍ ສີນ້ອຍ ສອນຈະເລີນ ເປັນປະທານກວດກາພັກເມືອງ, ສະຫາຍ ແກ້ວໄຊ ອິນທະໜອມ ແລະ ສະຫາຍ ອ່ວງສີອໍາໄພ ແກ້ວສົມພູ ເປັນຮອງປະທານກວດກາພັກເມືອງ.
(ຂ່າວ: ສັນຍາ, ພາບ: ພຸດທະໄຊ)