ເມືອງດາກຈຶງ ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XVI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ດາກຈຶງ ຄັ້ງທີ XVI ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 11 ກຸມພາ 2025 ທີ່ສະໂມສອນເມືອງດັ່ງກ່າວ, ໂດຍມີສະຫາຍ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງເຊກອງ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກເມືອງຊຸດເກົ່າ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດໃຫ້ມີດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XIV ໃນ 5 ປີຜ່ານມາ. ພ້ອມທັງ ຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ເພື່ອສືບຕໍ່ພັດທະນາເມືອງດາກຈຶງ ໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮ້ອຍໂດຍພື້ນຖານ, ເສດຖະກິດ, ວັດທະນະທໍາ-ສັງຄົມ ລວມທັງຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່.
ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ XVI ຈໍານວນ 27 ສະ ຫາຍ, ຍິງ 5 ສະຫາຍ ແລະ ປ່ອນບັດເລືອກເອົາຜູ້ແທນສົມ ບູນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ຈໍານວນ 16 ສະຫາຍ, ຍິງ 3 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ, ຍິງ 1 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງຄະນະປະຈໍາພັກເມືອງຈໍານວນ 9 ສະຫາຍ, ຍິງ 2 ສະຫາຍ ແລະ ເປັນເອກະພາບເລືອກເອົາສະຫາຍ ເພັງນາ ຈັນທະພອນ ເປັນເລຂາພັກເມືອງ, ສະຫາຍ ສີນ້ອຍ ສອນຈະເລີນ ແລະ ສະຫາຍ ສົມພອນ ສາຍສຸວັນ ເປັນຮອງເລຂາພັກເມືອງ; ເລືອກເອົາສະຫາຍ ສີນ້ອຍ ສອນຈະເລີນ ເປັນປະທານກວດກາພັກເມືອງ, ສະຫາຍ ແກ້ວໄຊ ອິນທະໜອມ ແລະ ສະຫາຍ ອ່ວງສີອໍາໄພ ແກ້ວສົມພູ ເປັນຮອງປະທານກວດກາພັກເມືອງ.
ກອງປະຊຸມ, ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເຫລັກໄຫລ ສີວິໄລ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງຊຸດເກົ່າໄລຍະ 5 ປີຜ່ານມາ. ພ້ອມນີ້, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ຊີ້ນໍາໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ສຶບຕໍ່ປັບປຸງ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ; ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ ແລະ ສືບຕໍ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ ກໍຄືປະຊາຊົນບັນດາເຜົ່າໃນທົ່ວເມືອງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XVI ໃຫ້ມີຜົນສຳເລັດ ຕາມເປົ້າໝາຍແຜນການທີ່ວາງໄວ້.
Cr: ສັນຍາ+ພຸດທະໄຊ




