ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຕະໂອ້ຍຈັດພິທີ ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 115 ປີ ( 08 ມີນາ 1910 – 08 ມີນາ 2025 )

Mar 7, 2025

ໂດຍປະຕິບັດຕາມໃບແຈ້ງການຂອງ ສະຫະພັນແມ່ຍິງແຂວງສາລະວັນ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ ( 08 ມີນາ 1910 – 08 ມີນາ 2025 ). ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ມີນານີ້, ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍໃຫ້ກຽດບັນລະຍາຍເອກະສານ ຂອງທ່ານ ສີສຸວັນ ສາຍເຊໂດນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານກຳມະການພັກເມືອງ ຫົວໜ້າ – ຮອງຫົວໜ້າຫ້ອງການ, ບັນດາທ່ານຄະນະບໍລິຫານງານສະຫະພັນແມ່ຍິງເມືອງ,ປະທານ,ຮອງປະທານແມ່ຍິງໜ່ວຍຮາກຖານອ້ອມຂ້າງ ຕະຫລອດຮອດສຳມະຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ໃນພິທີທ່ານປະທານ ກໍ່ໄດ້ຍົກໃຫ້ເຫັນ 4 ເນື້ອໃນສໍາຄັນເປັນຕົ້ນແມ່ນ: ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ; ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ; ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ ໂດຍສອດຄ່ອງກັບຄຳຂັວນ: “ ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ ’’ວັນທີ 8 ມີນາ ແມ່ນ: ເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທ້ວງໃຫ້ແມ່ຍິງມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທ້ວງໃຫ້ພວກ ນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”. ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”. ຫຼັງຈາກນັ້ນທ່ານ ນ ເຂັມພອນ ລອຍວັນໄຊ ກຳມະການພັກ ປະທານສະຫະພັນແມ່ຍິງເມືອງ ກໍ່ໄດ້ຂຶ້ນຜ່ານຜົນງານການເຄື່ອນໄຫວວຽກງານອັນພົ້ນເດັ່ນໃນໄລຍະ 1 ປີຜ່ານມາ ຂອງສະຫະພັນແມ່ຍິງເມືອງຕະໂອ້ຍ ໄດ້ພົວພັນຮ່ວມມືຮອບດ້ານກັບເພື່ອນມິດຍຸດທະສາດ, ອຸດົມການສັງຄົມນິຍົມ ໂດຍສະເພາະແມ່ນຍຶດໝັ້ນການເພີ່ມທະວີ, ຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີ ເພື່ອຍາດແຍ່ງເອົາບົດຮຽນ, ທຶນຮອນພັດທະນາແມ່ຍິງ ແລະ ເດັກນ້ອຍທີ່ຍັງທຸກຍາກ ແລະ ຂາດເຂີນ ຢູ່ຫ່າງໄກສອກຫຼີກ ໃຫ້ໄດ້ຮັບການພັດທະນາທີ່ດີຂຶ້ນ ໂດຍຜ່ານສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງແຂວງ ແລະ ຄູ່ຮ່ວມງາມພັດທະນາເປັນຕົ້ນ ໂຄງການຄາບີໄລຍະ 2, ໂຄງການອີພັດໄລຍະ 2, ໂຄງການພັດທະນາຊຸມຊົນບ້ານເຮົາ, ໂຄງການຢູນິເຊບ ( ຮັກລູກໃຫ້ໃສ່ໃຈ ).
ພິເສດໃນພິທີປາຖະກະຖາວັນແມ່ຍິງສາກົນຄັ້ງນີ້ ສະຫະພັນແມ່ຍິງເມືອງ ກໍ່ໄດ້ຮ່ວມຂະບວນການປຸກລະດົມ ແຂກຜູ້ເຂົ້າທຸກທ່ານ ກໍ່ຄືສຳມະຊິກສະຫະພັນແມ່ຍິງທຸກຄົນ ຜູ້ທີ່ສຸຂະພາບເເຂງແຮງ, ຄົບເງື່ອນໄຂ ແລະ ສະໝັກໃຈ ໃນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອຄົນເຈັບທີ່ຂາດເລືອດທີ່ນອນຕາມໂຮງໝໍແຫ່ງຕ່າງໆ ເພາະການໃຫ້ເລືອດຄືໃຫ້ຊີວິດ.
ພາບ-ຂ່າວ: ຄໍານ້ອຍ ໄຊຍະສຸກ