ເມືອງຕະໂອ້ຍໄຂສົກຮຽນໃໝ 2025-2026.

ທ່ານ ຄໍາຫຼ້າ ວົງສະຢາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານໃນພິທີໄຂສົກຮຽນໃໝ່ ສົກ 2025-2026 ທົ່ວເມືອງຕະໂອ້ຍ ແຂວງສາລະວັນ ທີ່ຈັດຂຶ້ນໃນວັນທີ 1 ກັນຍາ 2025 ວ່າ : ເພື່ອເປັນການຮອງຮັບການເປີດສົກຮຽນ ໃໝ່ ໃນທົ່ວເມືອງຕະໂອ້ຍ ຄະນະຫ້ອງການສຶກສາທິການ ແລະ ກິລາ ແລະ ຄູອາຈານ ໄດ້ສົມທົບກັບອົງການປົກຄອງບ້ານ, ສະມາຄົມພໍ່ແມ່ນັກຮຽນ ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຄູ ແລະ ຜູ້ບໍລິຫານການສຶກສາ ເວົ້າລວມເວົ້າສະເພາະແມ່ນ ແຜນພັດທະນາການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ເພື່ອສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການເປີດການຮຽນ-ການສອນເປັນຕົ້ນແມ່ນ: : ດ້ານອາຄານສະຖານທີ່, ຫ້ອງຮຽນ, ອຸປະກອນການຮຽນ-ການສອນ, ການບັນຈຸຊັບຊ້ອນພະນັກງານຄູ ແຕ່ລະຊັ້ນຮຽນ ເພື່ອຕອບສະໜອງການຮຽນ-ການສອນໄດ້ໂດຍພື້ນຖານ. ທົ່ວເມືອງມີໂຮງຮຽນທັງໜົດ 106 ແຫ່ງ, ໃນນັ້ນໂຮງຮຽນອະນຸບານ 4 ແຫ່ງ,ໂຮງຮຽນປະຖົມ 57 ແຫ່ງ, ໂຮງຮຽນມັດທະຍົມ 9 ແຫ່ງ, ມັດທະຍົມສົມບູນ 2 ແຫ່ງ ແລະ ທົ່ວເມືອງມີຄູທັງໝົດ 339 ຄົນ, ຍິງ 156 ຄົນ, ພະນັກງານບໍລິຫານ 42 ຄົນ ຍິງ 11 ຄົນ, ຄູສອນ 297 ຄົນ ຍິງ 145 ຄົນ, ແລະ ຄູອາສາ 8 ຄົນ ຍິງ 4 ຄົນ.
ທ່ານ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມທົ່ວແຂວງສາລະວັນ, ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງຄະນະພັກຄະນະນໍາ, ຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ຕ້ອງຖືເອົາວຽກງານການສຶກສາ ແລະ ກິລາເປັນວຽກງານສຳຄັນ ແລະ ຈຳເປັນ ໃນການສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດ ກາຍເປັນອະນາຄົດຂອງຊາດ; ຜູ້ບໍລິຫານການສຶກສາ, ຄູອາຈານ ຕ້ອງໃກ້ສິດຕິດແທດກັບອົງການປົກຄອງບ້ານ ສະມາຄົມພໍ່ແມ່ນັກຮຽນ ໃນການສຶກສາອົບຮົມແນວຄິດໃຫ້ຜູ້ປົກຄອງ ເພື່ອຊຸກຍູ້ສົ່ງເສີມເດັກນ້ອຍໃຫ້ໄດ້ຮັບການສຶກສາ ເພື່ອເຮັດໃຫ້ການເປີດການຮຽນ-ການສອນໃນສົກ 2025-2026 ໃຫ້ມີຄຸນນະພາບ ແລະ ບັນລຸຕາມຄາດໝາຍທີວ່າງໄວ້.
ຂ່າວ : ວສລ
ພາບ: ບຸນທົມ ສວນມະນີ




ເບິ່ງຂໍ້ມູນເຊີງເລິກ ແລະ ການໂຄສະນາ
ບູສໂພສ
All reactions:
7


