ທ່ານ ສົມພານ ພົມມະວົງສ້າຍ ຫົວໜ້າຫ້ອງວ່າການເມືອງຕະໂອ້ຍ, ແຂວງສາລະວັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 8 ພະຈິກນີ້ວ່າ: ເມືອງຕະໂອ້ຍ ກຽມຈັດບຸນປະເພນີຕະຢາ-ຈາອາລ ເຜົ່າຕະໂອ້ຍ ເພື່ອສົ່ງເສີ່ມການທ່ອງທ່ຽວໃນລະຫວ່າງວັນທີ 14-16 ພະຈິກ 2024 ໂດຍຈະມີ 3 ກິດຈະກໍາໃຫຍ່ ເຊັ່ນ: ຮັບຊົມສີລະປະການສະແດງ ລວມມີ 7 ລາຍການຄື: ບົດຟ້ອນວິຖີຊີວິດຂອງຊົນເຜົ່າຕະໂດ້ຍ, ບົດຟ້ອນຫັດຖະກຳຈັກສານ, ບົດຟ້ອນບ້ານແມ່ເຮົາ, ບົດຟ້ອນສະລາກວນຕິດພັນກັບລຳກັນເດັນຂອງເຜົ່າຕະໂອ້ຍ, ບົດຟ້ອນຕະຢາ-ຈາອາລ ຕິດພັນກັບລາຍການລໍສກະເລີ້ຍຂອງເຜົ່າກະຕາງ, ບົດຟ້ອນບຸນລະປືບຕິດພັນກັບລໍາອາຊຽງຂອງເຜົ່າປະໂກະ ແລະ ບົດຟ້ອນສາລະວັນ ຕິດພັນກັບລາຍການລໍາສາລະວັນ,ຮັບຊົມການງານວາງສະແດງສິນຄ້າຫັດຖະກໍາຕໍ່າແຜ່ນ, ວາງສະແດງອາຫານພື້ນບ້ານ ແລະ ການແຂ່ງຂັນເຮືອຊ່ວງປະຈໍາປີ 2024.
ປັດຈຸບັນຄະນະນໍາ ກໍຄືອໍານາດປົກຄອງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນໄດ້ພ້ອມກັນປະດັບປະດາຕົວເມືອງ, ທໍາຄວາມສະ ອາດ, ກະກຽມອາຫານການກິນ, ທີ່ຢູ່ອາໄສ, ເຮືອນພັກ-ໂຮງແຮມ, ສິ່ງອໍານວຍຄວາມສະດວກ ໂດຍສະເພາະເລັ່ງປັບປຸງພື້ນຖານໂຄງລ່າງທີ່ເປັນເອກະລັກ ແລະ ທ່າແຮງຂອງທ້ອງຖິ່ນໃຫ້ມີຄວາມສະ ດວກສະບາຍຂຶ້ນກວ່າເກົ່າໃນບາງຈຸດ.
ທີ່ມາ: ນັກຂ່າວ ຖວທ ເມືອງຕະໂອ້ຍ







