ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຕະໂອ້ຍ ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບຄັດເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງ ສະໄໝທີ XIII ຮອບທີ I

Nov 27, 2024

ໃນວັນທີ 25 ພະຈິກ 2024. ເມືອງຕະໂອ້ຍ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງ ສະໄໝທີ XIII ຮອບທີ I. ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດວຽກງານພັກ-ພະນັກງານ ທັງເປັນຫົວໜ້າອະນຸໂຄງປະກອບບຸກຄະລາກອນຂັ້ນແຂວງ, ມີສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ທັງເປັນຮອງຫົວໜ້າອະນຸໂຄງປະກອບທາບທາມບຸກຄະລາກອນ ແລະ ສະຫາຍ ຄຳຕາ ໂຮຊົງເຣືອງ ຄະນະປະຈຳພັກແຂວງຜູ້ຊີ້ນຳວຽກງານຮອບດ້ານຢູ່ເມືອງເມືອງຕະໂອ້ຍ, ມີບັນດາສະຫາຍອະນຸກຳມະການໂຄງປະກອບບຸກຄະລາກອນຂັ້ນສູນກາງ, ຂັ້ນແຂວງ, ຄະນະບໍລິຫານງານພັກເມືອງ, ອະນຸກຳມະການໂຄງປະກອບ 7 ຕົວເມືອງພາຍໃນແຂວງ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ບຸນເນື້ອ ຫຼອງຄຳໄຕ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງໆຕະໂອ້ຍ ໄດ້ກ່າວວ່າ: ກອງປະຊຸມທາບທາມບຸກຄະລາກອນ ໃນຮອບທີ I ຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເພາະເປັນການຄັດເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງ ໃນກອງປະຊຸມໃຫ່ຍອົງຄະນະພັກເມືອງຕະໂອ້ຍ ສະໄໝທີ XIII ທີ່ຈະມາເຖິງໃນມໍໆນີ້, ເຊິ່ງເປັນເຫດການການເມືອງທີ່ສຳຄັນ, ມັນແມ່ນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສາມາດນຳພາ-ຊີ້ນຳຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຂອງພັກຢູ່ແຕ່ລະຂັ້ນຢ່າງມີຜົນສຳເລັດ.
ໂອກາດດັ່ງກ່າວຜູ້ແທນກອງປະຊຸມກໍ່ໄດ້ຮັບຟັງການຜ່ານເອກະສານ ເປັນຕົ້ນແມ່ນ: ຜ່ານຄໍາສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 03 ລົງວັນທີ 17 ຕຸລາ 2023 ວ່າດ້ວຍ:ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍສາມຂັ້ນໃນທົ່ວແຂວງ, ຜ່ານບົດແນະນຳ ຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 04/ຄຈຕຂ ລົງວັນທີ 29 ກຸມພາ 2024 ກ່ຽວກັບໂຄງປະກອບບຸກຄະລາກອນ ແລະ ໄລຍະເວລາດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກທົ່ວແຂວງ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 99/ຄຈສພ ລົງວັນທີ 26 ເມສາ 2024 ວ່າດ້ວຍ:ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ-ນະຄອນ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 186/ຄຈສພລົງທານເງື່ອນໄຂຜູ້ສະໝັກເຂົ້າໂຄງປະກອບຄະນະພັກຊຸດໃໝ່.
ການຄັດເລືອກບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ ຕ້ອງຮັບປະກັນໃຫ້ຖືກຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ ໂດຍປະຕິບັດກັບແຜນກຳນົດພະນັກງານ-ນຳພາຄຸ້ມຄອງ.ດ້ານໂຄງປະກອບໃຫ້ເບິ່ງຜູ້ເກົ່າ, ຜູ້ໃຫມ່, ຜູ້ອາວຸໂສ, ຮຸ່ນໜຸ່ມ, ເພດ ແລະ ຊົນເຜົ່າ, ຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ສຽງສ່ວນໜ້ອຍປະຕິບັດຕາມສຽງສ່ວນຫຼາຍ. ໝາຍຄວາມວ່າການຕົກລົງລາຍຊື່ທີ່ຈະອອກທາບທາມໃນແຕ່ລະຮອບ ຕ້ອງບົນຟື້ນຖານການຄົ້ນຄ້ວາ, ພິຈາລະນາຕົກລົງຂອງຄະນະປະຈຳພັກ ຫຼືຄະນະບໍລິຫານງານພັກຕ້ອງໄດ້ຜ່ານການທາບທາມ ຄຳເຫັນຂອງສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເຊິ່ງບັນດາສະຫາຍກໍໄດ້ດຳເນີນເປັນຮອບທີ I ໃນນີ້ມາດຖານທີ1 ດ້ານຄຸນທາດການເມືອງ ແລະ ມາດຖານທີ 2 ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ ເປັນມາດຖານທີ່ສຳຄັນ, ມີລັກສະນະຕັດສິນຕໍ່ທຸກເປົ້າໝາຍ. ໃນການປ່ອນບັດທາບທາມຄັ້ງນີ້ ເພື່ອຊອກຫາບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກເມືອງ ເມືອງຕະໂອ້ຍ ສະໄໝທີ XIII ທີ່ຈະດໍາເນີນໃນທ້າຍປີນີ້.
ພາບ-ຂ່າວ: ອ່ອນໃຈ ໄຊຍະແຮດ