ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຕະໂອ້ຍ ຈັດງານບຸນປະເພນີ ຕະຢາ-ຈາອາລ ສົ່ງເສີມກິດຈະກຳທ່ອງທ່ຽວລາວ ປີ 2024 ມີບັນຍາກາດຄືກຄື້ນ

Nov 15, 2024

ເມືອງຕະໂອ້ຍ ຈັດງານບຸນປະເພນີ ຕະຢາ-ຈາອາລ ສົ່ງເສີມການທ່ອງທ່ຽວລາວ ປີ 2024, ພາຍໃຕ້ຄໍາຂວັນທ່ອງທ່ຽວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ, ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ພະຈິກ 2024 ທີ່ເດີ່ນໂຮງຮຽນ ມສ ຕະໂອ້ຍ, ໂດຍການເປັນປະທານຂອງ ທ່ານ ບຸນເນື້ອ ຫຼອງຄຳໄຕ ເຈົ້າເມືອງໆຕະໂອ້ຍ, ເປັນກຽດເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີ ທ່ານ ຄໍາຕາ ໂຮ່ຊົງເຣືອງ ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງ, ການນໍາຂອງແຂວງ, ການນໍາ 8 ຕົວເມືອງ, ຫົວໜ້າພະແນກການ, ຮອງພະແນກການອ້ອມຂ້າງແຂວງ, ຄະນະກອງກໍ່ສ້າງຮາກຖານການເມືອງຂັ້ນແຂວງ ປະຈຳເມືອງ, ບັນດາທ່ານແຂກຮັບເຊີນຈາກຕ່າງແຂວງຕ່າງເມືອງ, ຜູ້ປະກອບການ, ທຸລະກິດ ແລະ ມວນຊົນຊາວເມືອງຕະໂອ້ຍ ເຂົ້າຮ່ວມ.
ໃນພິທີ ທ່ານ ບຸນເນື້ອ ຫຼອງຄຳໄຕ ເຈົ້າເມືອງຕະໂອ້ຍ ໄດ້ກ່າວໄຂງານຄັ້ງນີ້ວ່າ: ບຸນຕະຢາ-ຈາອາລ ແມ່ນບຸນປະເພນີ ຂອງປະຊາຊົນບັນດາເຜົ່າຊາວເມືອງຕະໂອ້ຍ ແລະ ເປັນງານບຸນທີ່ເຜົ່າຕະໂອ້ຍ, ກະຕາງ ແລະ ເຜົ່າປະໂກະ ເຄີຍສືບທອດປະຕິບັດກັນມາແຕ່ປູ່ຍ່າ-ຕາຍາຍ ເປັນເວລາດົນນານແລະ ເປັນວັດທະນະທໍາອັນດີງາມຂອງເຜົ່າ ທີ່ມີເອກະລັກສ່ອງແສງເຖິງວິທີຊີວິດ, ການທໍາມາຫາກິນຂອງຊົນເຜົ່າ, ການເຕົ້າໂຮມຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ. ເປັນຮີດຄອງປະເພນີທີ່ເຊື່ອຖືຜີເຮືອນ, ຜີພໍ່ແມ່-ປູ່ຍ່າຕາຢາຍບັນພະບຸລຸດທີ່ລ່ວງລັບໄປ, ຜີປ່າ-ຜີດົງ, ແລະ ເທວະດາຟາແຖນ. ເຊິ່ງໄດ້ຈັດຂຶ້ນ 1 ເທື່ອ, ພາຍຫຼັງສໍາເລັດການເກັບກູ້ແລະມ້ຽນມັດຜົນຜະລິດປະຈໍາປີກຳນົດໃນໄລຍະເດືອນ ພະຈິກ ຂອງທຸກໆປີໂດຍມີການກະກຽມດ້ານພິທີກໍາຕ່າງໆເຊັ່ນ: ເຫຼົ້າໄຫໄກ່ໂຕ, ໝູ, ເຫຼົ້າຢາປາແປ້ງ, ມັນເຟືອກຕ່າງໆທີ່ໄດ້ຈາກການຜະລິດປະຈໍາປີ ເອົາມາສະເຫຼີມສະຫຼອງເພື່ອສະຫຼຸບຜົນງານ ແລະ ເຮັດພິທີລ້ຽງຜີພໍ່ຜີແມ່-ບັນພະບຸລຸດ, ເທວະດາຟາແຖນທີ່ປົກປັກຮັກສາໃຫ້ຜົນຜະລິດ ແລະ ເພື່ອປົກປັກຮັກສາຄຸ້ມຄອງໃຫ້ທຸກຄົນມີສຸຂະພາບແຂງແຮງ, ມີຄວາມຢູ່ເຢັນເປັນສຸກ, ປູກຝັງ-ລ້ຽງສັດ ໃຫ້ແຜ່ຂະຫຍາຍແລະໃຫ້ໄດ້ຜົນຜະລິດຫຼາຍຂຶ້ນໃນທຸກໆປີ ດ້ວຍຄໍາເວົ້າທີ່ວ່າ:ເຮັດໄຮ່-ເຮັດນາ ຂໍໃຫ້ໄດ້ເຂົ້າຫຼາຍ, ຊື້ຂາຍໃຫ້ມີເງິນຄໍາລໍ້າລວຍ, ລ້ຽງງົວ ຄວາຍ ເປັດ ໄກ່ ໃຫ້ແຜ່ຂະຫຍາຍເປັນພັນໆ, ທຸກມື້ທຸກວັນມີແຕ່ຄົນຍ້ອງຍໍ, ຊື່ສຽງດັງກ້ອງໄປທົ່ວໂລກາ, ພະຍາດໂລຄ່າບໍ່ມາບັງບຽດ, ເຮັດບຸນຕະຢາຈາອາລປີນີ້ຂໍໃຫ້ສຸຂະພາບແຂງແຮງ. ຕິດພັນກັບງານບຸນຊ່ວງເຮືອປະເພນີ ປະຈຳປີ 2024. ເປັນການຊຸກຍູ້ສົ່ງສົ່ງເສີມ, ໂຄສະນາແຫຼ່ງທ່ອງທ່ຽວ, ກິດຈະກໍາການທ່ອງທ່ຽວຂອງເມືອງເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດກິດຈະກຳຕ່າງໆຂອງປີທ່ອງທ່ຽວລາວ 2024, ເປີດກວ້າງການພັດທະນາເສດຖະກິດ-ການທ່ອງທ່ຽວຮອບດ້ານ ແລະ ເຊື່ອມໂຍງທຸກຂະແໜງການເພື່ອຂຸດຄົ້ນທ່າແຮງບົ່ມຊ້ອມພາຍໃນເມືອງ, ດຶງດູດການລົງທຶນດ້ານການທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ເຂົ້າມາປະກອບສ່ວນພັດທະນາເມືອງ, ສ້າງໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາຕາມທິດ 3 ສ້າງທີ່ພັກ-ລັດຖະບານວາງໄວ້.
ໃນງານຄັ້ງນີ້, ມີຂະບວນສວນສະໜາມ 4 ກ້ອນກຳລັງ ຄື: ກ້ອນກໍາລັງຊົນເຜົ່າຕະໂອ້ຍ, ກະຕາງ, ປະໂກະ, ເຜົ່າລາວ ແລະ ການສະແດງສິລະປະດົນຕີ, ບົດຟ້ອນ ທີ່ສ່ອງແສງໃຫ້ເຫັນເຖິງວິຖີຊີວິດ, ວັດທະນະທຳ, ຮີດຄອງປະເພນີບັນດາເຜົ່າ ແລະ ການນຸ່ງຖື ທີ່ມີເອກະລັກສະຫງ່າງາມ ປະກອບມີ: ບົດຟ້ອນສາລາກວນ (ປະເພນີຂອງເຜົ່າຕະໂອ້ຍ), ບ້ານແມ່ເຮົາ, ບົດຟ້ອນຫັດຖະກຳຈັກສານ
ໂອກາດນີ້, ກໍ່ໄດ້ມີພິທີຕັດແຖບຜ້າ, ເປີດງານຢ່າງເປັນທາງການ, ເພື່ອສົ່ງເສີມການທ່ອງທ່ຽວລາວ ປີ 2024 ແລະ ໃຫ້ກຽດລັ່ນຄ້ອງ 9 ບາດ ໂດຍທ່ານເຈົ້າແຂວງສາລະວັນ. ຈາກນັ້ັນບັນດາແຂກທຸກພາກສ່ວນກໍໄດ້ຮັບຊົມການສາທິດການເຮັດບຸນຕະຢາ-ຈາອາລ, ຢ້ຽມຊົມຮ້ານວາງສະແດງສິນຄ້າຜະລິດຕະພັນຂອງເມືອງ, ກຸ່ມການຜະລິດພຶດກະສິກຳຕ່າງໆ ແລະຊິມອາຫານພື້ນບ້ານຂອງເຜົ່າ ເຊັ່ນ: ຊຸບຜັກ, ຫຼາມໄກ່, ຊຸບຢວກກ້ວຍ, ແກງ ແລະ ອື່ນໆ, ພາຊະນະບັນຈຸແມ່ນປະເພດບັ້ງໄມ້ໃຜ່, ງານດັ່ງກ່າວຈັດຂຶ້ນນັບແຕ່ວັນທີ 14 – 16 ພະຈິກ ແລະ ການແຂ່ງຂັນເຮືອຊ່ວງປະເພນີ ປະຈຳປີ 2024.
May be an image of 4 people and text
May be an image of 4 people and people dancing
May be an image of 9 people, crowd and text