ໃນຕອນເຊົ້າວັນທີ 13 ສິງຫາ 2025, ເມືອງຕະໂອ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 2 ວັນສໍາຄັນຂອງພັກ – ຂອງຊາດເປັນຕົ້ນແມ່ນ:ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ ( 13 ສິງຫາ 1950 – 13 ສິງຫາ 2025 ) ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການໃຫ້ກຽດເປັນປະທານຂອງທ່ານ ຄຳສະໄຫວ ວິລະກອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຕະໂອ້ຍ, ມີບັນດາທ່ານຄະນະບໍລິຫານງານພັກເມືອງ,ຫົວໜ້າ – ຮອງຫົວໜ້າຫ້ອງການ, ລັດວິສາຫະກິດ, ພະນັກງານ-ອາວຸໂສບຳນານ ແລະ ພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມຢ່າງຟົດຟື້ນ.
ທ່ານ ເລຂາຄະນະບໍລິຫານງານພັກເມືອງ ໄດ້ຫວນຄືນບາງເນື້ອໃນທີ່ສຳຄັນກ່ຽວກັບວັນສ້າງຕັ້ງແນວລາວສ້າງຊາດ ໂດຍສະເພາະທ່ານໄດ້ຍົກໃຫ້ເຫັນ 4 ຈຸດໃຫຍ່ເປັນຕົ້ນແມ່ນ 1) ສະພາບແວດລ້ອມການກຳເນີດຂອງແນວລາວສ້າງຊາດ; 2) ຜົນງານຂອງການເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະຂອງການຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່.

ໂອກາດນີ້ທ່ານນາງ ບຸນຖິນ ແກ່ນພົມມາ ຮອງເລຂາພັກເມືອງ ປະທານປົກຄອງເມືອງ ກໍ່ໄດ້ໃຫ້ກຽດເຊື່ອມຊຶມເອກະສານວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຕະຫຼອດໄລຍະ 75 ປີ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນເປັນວັນທີ່ມີຄວາມໝາຍສໍາຄັນໜຶ່ງຂອງການປະຕິວັດ ສື່ມວນຊົນລາວ ຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ຕະຫຼອດໄລຍະແຫ່ງການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ແລະ ອິດສະຫຼະພາບມາສູ່ປະຊາຊົນ ກໍຄືໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະບອບປະຊາທິປະໄຕ ປະຊາຊົນ. ພັກປະຊາຊົນລາວ ຍາມໃດກໍຖືວຽກງານໂຄສະນາຖະແຫຼງຂ່າວສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນຫົວໃຈສໍາຄັນອັນໜຶ່ງ ກາຍເປັນພາຫະນະອາວຸດອັນແຫຼມຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໄຊຊະນະລວມ ຂອງການປະຕິວັດ ໃນແຕ່ລະໄລຍະ ແລະ ຕະຫຼອດໄລຍະ ແຫ່ງການນໍາພາຂະບວນການປະຕິວັດ.

ພາບ-ຂ່າວ: ຄໍານ້ອຍ ໄຊຍະສຸກ


