ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຕະໂອ້ຍ ປະກາດຮັບຮອງ 9 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງ.

Dec 20, 2024

ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະກໍາມະການປກຊ – ປກສ ແຂວງສາລະວັນເລກທີ 19/ຄປຊສ,ລົງວັນທີ9 ທັນວາ 2024ວ່າດ້ວຍ: ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງບ້ານໃຫຍ່ໃຫ້ກ່າຍເປັນຕົວເມືອງນ້ອຍໃນຊົນນະບົດ,ຂໍ້ຕົກລົງເລກທີ: 636/ກທຂ,ສວ ລົງວັນທີ 11 ຕຸລາ2024 ວ່າດ້ວຍ:ການຢັ້ງຢືນ ແລະ ຮັບຮອງເອົາ 9 ບ້ານເປົ້າໝາຍຄື: ບ້ານກາເປ ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 6ຂອງເມືອງ ແລະ ບ້ານທີ່ 191 ຂອງແຂວງ, ບ້ານຕຸ້ມລີຂາວ ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 6 ຂອງເມືອງ ແລະ ບ້ານທີ່ 192 ຂອງແຂວງ, ບ້ານລຶກດົງ ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 8 ຂອງເມືອງ ແລະ ບ້ານທີ່ 193 ຂອງແຂວງ , ບ້ານປະຈູ – ກາປາ, ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 9 ຂອງເມືອງ ແລະ ບ້ານທີ່ 194 ຂອງແຂວງ ບ້ານພໍ່ຕັ້ງ, ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 10 ຂອງເມືອງ ແລະ ບ້ານທີ່ 195 ຂອງແຂວງ, ບ້ານອາດອນ ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 11 ຂອງເມືອງ ແລະ ບ້ານທີ່ 196 ຂອງແຂວງ, ບ້ານຕະຫຼຸງ – ລະລາວ ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 12 ຂອງເມືອງ ແລະ ບ້ານທີ່ 197 ຂອງແຂວງ,ບ້ານລະປືງ ເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 13 ຂອງເມືອງ ແລະ ບ້ານທີ່ 198 ຂອງແຂວງແລະ ບ້ານຕຸ້ມລີເກົ່າເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 14 ຂອງເມືອງ ແລະ ບ້ານທີ່ 199 ຂອງແຂວງ. ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັທ ບຸນມີ ສັນຕິສຸກ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງຕະໂອ້ຍ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳສະໄຫວ ວິລະກອນ ວ່າການເລຂາພັກ ວ່າການເຈົ້າເມືອງໆເມືອງຕະໂອ້ຍ ແລະ ສະຫາຍ ພັທ ຫຸມພັນ ທັກຂິນ ຄະນະພັກ – ຄະນະບັນຊາ ຮອງຫົວໜ້າຫ້ອງການເມືອງການທະຫານແຂວງສາລະວັນ, ສະຫາຍ ພັອ ເຄນຄຳ ວໍລະຈິດ ຫົວໜ້າຫ້ອງການປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງສາລະວັນ, ມີບັນດາສະຫາຍຄະນະພັກ – ຄະນະບັນຊາ ກອງບັນຊາການທະຫານເມືອງ, ບັນດາສະຫາຍ ກຳມະການພັກ ຫົວໜ້າ – ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ອົງການຈັດຕັ້ງທັງ 9 ບ້ານເຂົ້າຮ່ວມ.
ໃນພິທີ ກໍໄດ້ຮັບຟັງການຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດຂອງການສ້າງຄອບຄົວ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ ເປັນຕົ້ນແມ່ນ: ທີ່ຕັ້ງ, ຈຸດພິເສດ, ສະພາບການລວມຂອງບ້ານ, ວຽກງານການຈັດຕັ້ງໃນໄລຍະຜ່ານມາໂດຍສະເພາະແມ່ນວຽກກງານການເມືອງ – ແນວຄິດ, ປ້ອງກັນຊາດ – ປ້ອງການຄວາມສະຫງົບ, ເສດຖະກິດ ແລະ ວຽກງານວັດທະນະທຳສັງຄົມ. ການຈັດຕັ້ງລົງເຄື່ອນໄຫວການສ້າງຄອບຄົວ ແລະ ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໂດຍເລີ່ມແຕ່ວັນທີ 01 ພຶດສະພາ 2024 – 01 ກັນຍາ 2024. ການເຄື່ອນໄຫວຈັດຕັ້ງປະຕິບັດ ລົງເຜີຍແຜ່ເຊື່ອມຊຶມບັນດາເອກະສານຕ່າງໆ ເປັນໄລຍະເວລາ 5 ເດືອນເຕັມ. ໂດຍສາມາດປະເມີນ 6 ມາດຖານຂອງການສ້າງຄອບຄົວ, ສ້າງບ້ານປ້ອງການຊາດເຂັ້ມແຂງໄດ້ 95% ຂອງຄອບຄົວທັງໝົດພາຍໃນບ້ານເຊັ່ນ: ບ້ານກາເປ ມີ 103 ຫຼັງຄາເຮືອນ ກັບ 135 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 06 ຂອງເມືອງ, ບ້ານຕຸ້ມລີຂາວ ມີ 92 ຫຼັງຄາເຮືອນ ກັບ 133 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 07 ຂອງເມືອງ, ບ້ານລຶກດົງ ມີ 74 ຫຼັງຄາເຮືອນ ກັບ 91 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 08 ຂອງເມືອງ, ບ້ານປະຈູ – ກາປາ ມີ 69 ຫຼັງຄາເຮືອນ ກັບ 118 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 09 ຂອງເມືອງ, ບ້ານພໍ່ຕັ້ງ ມີ 57 ຫຼັງຄາເຮືອນ ກັບ 89 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 10 ຂອງເມືອງ, ບ້ານອາດອນ ມີ 119 ຫຼັງຄາເຮືອນ ກັບ 133 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 11 ຂອງເມືອງ, ບ້ານຕະຫຼຸງ – ລະລາວ ມີ 140 ຫຼັງຄາເຮືອນ ກັບ 196 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 12 ຂອງເມືອງ, ບ້ານລະປືງ ມີ 56 ຫຼັງຄາເຮືອນ ກັບ 77 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 13 ຂອງເມືອງ ແລະ ບ້ານຕຸ້ມລີເກົ່າ ມີ 65 ຫຼັງຄາເຮືອນ ກັບ 129 ຄອບຄົວ ຮ້ບຮອງປະກາດເປັນບ້ານປ້ອງກັນາດເຂັ້ມແຂງ ອັນທີ 14 ຂອງເມືອງ.
ຫຼັງຈາກນັ້ນກໍໄດ້ມີການມອບ – ຮັບໃບຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງ ກ່າວມອບຂອງສະຫາຍ ພັທ ຫຸມພັນ ທັກຂິນ ຄະນະພັກ – ຄະນະບັນຊາ ຮອງຫົວໜ້າຫ້ອງການເມືອງການທະຫານແຂວງສາລະວັນ ແລະ ກ່າວຮັບໂດຍແມ່ນບັນດາທ່ານ ເລຂາໜ່ວຍພັກພັກທັງ 9 ບ້ານເປົ້າໝາຍ.
ສະຫາຍ ພັທ ບຸນມີ ສັນຕິສຸກ ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງບັນດາອົງການຈັດຕັ້ງບ້ານ ສືບຕໍ່ເຜີຍແຜ່ຜົນສຳເລັດຂອງມື້ນີ້ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຮັບຮູ້ການຮັກສາມູນເຊື້ອ, ຮັກຊາດ – ຮັກບ້ານເກີດເມືອງນອນ ຕິດພັນກັບການຮັກສານາມມະຍົດໃຫ້ມີຄວາມຍືນຍົງ, ເພີ່ມທະວີເຊີດຊູ້ນ້ຳໃຈຮັກຊາດ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮອ້ຍ ແລະ ເປັນເອກະພາບກັນ; ເພີ່ມທະວີຄວາມເດັດດ່ຽວປົກປັກຮັກສາ, ເສີມຂະຫຍາຍວັດທະນະທຳອັນດີງານຂອງເຜົ່າຂອງບ້ານໃຫ້ຢືນຢົງຕະຫຼອດໄປ.
ຂ່າວ ແລະ ພາບ: ຄຳນ້ອຍ ໄຊຍະສຸກ