ເມືອງຕະໂອ້ຍ ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ – ສັດປ່າແຫ່ງຊາດ ຢູ່ທີ່ວັງສະຫງວນ ( ວັງອຶ້ນ ) ເຊລະນອງ ຈຸດທ່າວັດບ້ານເທດສະບານ ເມືອງຕະໂອ້ຍ. ມີຈຳນວນປາທັງໝົດ 10 ພັນໂຕ; ພິທີໄດ້ຈັດຂຶ້ນໃນຄັ້ງວັນທີ 11 ກໍລະກົດ 2025, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສະໄຫວ ວິລະກອນ ເລຂາຄະນະບໍລິຫານງານພັກເມືອງ, ມີ ທ່ານ ນາງ ບຸນຖິນ ແກ່ນພົມມາ ຮັກສາການເຈົ້າເມືອງຕະໂອ້ຍ ແລະ ທ່ານ ວັນພະກອນ ວົງບຸນທັນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ, ເຈົ້າອະທິການວັດ ບົວລະນີ ສີສັດທັມເທດສະບານ, ມີຫົວໜ້າ – ຮອງຫົວໜ້າຫ້ອງການ, ລັດວິສາຫະກິດ, ພະນັກງານອ້ອມຂ້າງເມືອງ ພ້ອມດ້ວຍນາຍບ້ານ 4 ບ້ານອ້ອມຂ້າງ ເຂົ້າຮ່ວມ.
ທ່ານນາງ ດວງພະຈັນ ພົມມີໄຊ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ຂຶ້ນລາຍງານວ່າ: ລູກປາທີ່ນຳມາປ່ອຍໃນປີນີ້ມີຈຳນວນ ທັງໝົດ 10 ພັນໂຕ ໃນນີ້ປາປາກ 4 ພັນໂຕ, ປານວນຈັນ 4 ພັນໂຕ ແລະ ປານິນ 2 ພັນໂຕ.
ການປ່ອຍປາຄືນສູ່ນໍ້າທໍາມະຊາດໃນຄັ້ງນີ້ ເປັນການໂຄສະນາ, ປຸກລະດົມ, ປູກຈິດສໍານຶກ ໃຫ້ທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນປ່ອຍປາຄືນສູ່ທໍາມະຊາດໃຫ້ເປັນຂະບວນການກວ້າງຂວາງ, ສິ່ງສໍາຄັນ ພາຍຫລັງທີ່ປ່ອຍແລ້ວ ແມ່ນໃຫ້ມີການປົກປັກຮັກສາ ແລະ ຄຸ້ມຄອງ ເພື່ອໃຫ້ປາມີການຈະເລີນເຕີບໂຕ ເຮັດໃຫ້ຊັບພະຍາກອນ ປາ ແລະ ສັດນໍ້າ ໄດ້ມີຄວາມຍືນຍົງ, ກັບມາອຸດົມສົມບູນ, ສະໜອງການບໍລິໂພກໄດ້ຢ່າງພຽງພໍ.


ໂດຍ: ຄໍານ້ອຍ ໄຊຍະສຸກ


