ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຕະໂອ້ຍ ຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 69 ປີ

Feb 7, 2025

ວັນທີ 7 ກຸມພານີ້, ສະຫະພັນກຳມະບານເມືອງຕະໂອ້ຍ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 69 ປີ ( 1 ກຸມພາ 1956 – 1 ກຸມພາ 2025 ) ຢູ່ສະໂມສອນໃຫຍ່ຂອງເມືອງ ໃຫ້ກຽດເປັນປະທານພ້ອມທັງເລົ່າມູນເຊື້ອໂດຍ ທ່ານ ສົມພານ ພົມວົງສ້າຍ ຄະນະປະຈໍາພັກເມືອງ ປະທານກວດກາພັກ-ລັດເມືອງ.
ທ່ານ ສົມພານ ພົມມະວົງສ້າຍ ໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ການລຸກຮື້ຂື້ນຕໍ່ສູ້ຢ່າງອົງອາດກ້າຫານບໍ່ຍອມ ຈຳນົນ ຂອງຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ເຊີ່ງໃນທ້າຍສັດຕະວັດທີ 19 ພວກລ່າເມືອງຂື້ນຝະລັ່ງ ໄດ້ເຂົ້າມາຍຶດຄອງ 3 ປະເທດອິນດູຈີນ. ວັນທີ 1 ກຸມພາ 1956 ກົມການ ເມືອງສູນກາງພັກກໍ່ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະ ບານລາວຂື້ນຢ່າງເປັນທາງການ ຢູ່ເຂດທີ່ໜັ້ນແຂວງ ຫົວພັນ ໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບຊີ້ນຳ, ພາຍໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ ພາຍຫຼັງທີ່ອົງການຈັດຕັ້ງກຳມະບານໄດ້ຮັບການສ້າງຕັ້ງຂື້ນ ກໍ່ໄດ້ກາຍເປັນກຳລັງຫຼວງປະກອບສ່ວນຢ່າງສົມກຽດເຂົ້າໃນການຕໍ່ສູ້ກູ້ຊາດແຕ່ລະໄລຍະ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະ ເທດຊາດໄດ້ ໃນວັນທີ 2 ທັນວາ 1975
ຫຼັງຈາກນັ້ນອົງການຈັດຕັ້ງກຳມະບານ ຍັງໄດ້ປະຕິບັດໜ້າທີ່ການຜະລິດ, ສ້າງຄວາມເຂັ້ມແຂງກຸ່ມຕົນເອງທາງດ້ານເສດຖະ ກິດ, ປະຕິບັດໜ້າທີ່ການສູ້ຮົບ, ທັງປັບປຸງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງານລາວບັນດາເຜົ່າ.
ພ້ອມນີ້ທ່ານນາງ ທິບພາວັນ ໄຊຍະເສນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ປະທານສະຫະພັນກໍາມະບານເມືອງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 5 ເປັນເຈົ້າປະຈໍາປີ 2024 ແລະ ທິດທາງແຜນການຈັດຕັ້ງປະຕິບັດເນື້ອໃນແຂງຂັນ 5 ເປັນເຈົ້າປະຈໍາປີ 2025ຕື່ມອີກ.
ພາບ: ອ່ອນໃຈ ໄຊຍະແຮດ
ຂ່າວ: ສີສະຫວາດ