ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງທຸລະຄົມ ກຽມຈັດບຸນນະມັດສະການພຣະທາດມາຫຼ້າ

Feb 2, 2025

ວັນທີ 31 ມັງກອນຜ່ານມາ, ຄະນະກໍາມະການຈັດງານບຸນນະມັດສະການພຣະທາດມາຫຼ້າປະຈໍາປີ 2025 ຂອງເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດກາຄືນຄວາມພ້ອມຮອບດ້ານໃຫ້ແກ່ງານບຸນທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-12 ກຸມພາ 2025 ຫຼື ພສ 2567 ນີ້, ພາຍໃຕ້ການເປັນປະທານ ແລະ ຊີ້ນໍາກອງປະຊຸມຂອງ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ຮອງປະທານຄະນະກໍາມະການຈັດງານບຸນ, ມີພາກສ່ວນຕ່າງໆອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ນາງ ກອງແກ້ວ ຄໍາພັນ ຫົວໜ້າກຸ່ມບ້ານນາຄອງ ໄດ້ລາຍງານຄວາມຄືບໜ້າຂອງການຫ້າງຫາກະກຽມຈັດງານບຸນ, ພ້ອມທັງຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຈັດງານບຸນຂອງທ່ານເຈົ້າເມືອງ. ຈາກນັ້ນ, ທ່ານ ຮອງເຈົ້າເມືອງ ໄດ້ຜ່ານບົດບັນທຶກກອງປະຊຸມໃນຄັ້ງຜ່ານມາ, ເຈາະຈີ້ມບັນດາໜ້າວຽກທີ່ໄດ້ເອກະພາບຈັດຕັ້ງປະຕິບັດ, ສະເໜີໃຫ້ແຕ່ລະອະນຸກໍາມະການລາຍງານວຽກທີ່ຖືກມອບໝາຍ.
ກອງປະຊຸມຕົກລົງຮັບຮອງຈັດງານບຸນພຣະທາດມາຫຼ້າຂຶ້ນລະຫວ່າງວັນທີ 10-11-12 ກຸມພາ 2025 ບົນພື້ນຖານຮູບການ, ພິທີການ ແລະ ກໍານົດກິດຈະກໍາພາຍໃນງານຄືກັບປີຜ່ານມາ, ເຊັ່ນ: ມີຕະຫຼາດນັດວາງຂາຍສິນຄ້າ ປະເພດເຄື່ອງອຸປະໂພກ, ບໍລິໂພກ, ອາຫານການກິນ, ອາຫານພື້ນບ້ານ ເຂົ້າຫຼາມ, ປີ້ງໄກ່, ສິນຄ້າກະສິກໍາ-ຫັດຖະກໍາ, ໂອດ໋ອບ, ບູ໊ດຂອງບັນດາທະນາຄານ, ພາກທຸລະກິດ, ມີເຄື່ອງຫຼິ້ນເດັກນ້ອຍ, ມີເສບຄົບງັນໂດຍວົງດົນຕີ ລູກຊາຍກົກ. ມີຂະບວນແຫ່ຜາສາດເຜີ້ງ 5 ຄະນະ, ແຫ່ຊ້າງ, ແຫ່ມ້າ, ຕົ້ນເງິນ, ເຄື່ອງບໍລິຂານຕ່າງໆ, ແບ່ງຄວາມຮັບຜິດຊອບພາຍໃນກໍາມະການຈັດງານ, ໃຫ້ບັນດາຫ້ອງການ, ກຸ່ມບ້ານ, ບ້ານ, ພະສົງ-ສາມະເນນ ພາກສ່ວນຕ່າງໆ ຕາມຄວາມເໝາະສົມ.
ງານບຸນປີນີ້ ຈະໄດ້ຈັດແບບເປີດກວ້າງທົ່ວໄປ ເພື່ອອານຸລັກຮັກສາ, ສົ່ງເສີມວັດທະນະທໍາ, ຮີດຄອງປະເພນີ ແລະ ເພື່ອໂຄສະນາການທ່ອງທ່ຽວ, ຕ້ອນຮັບນັກທ່ອງທ່ຽວພາຍໃນ, ຕ່າງປະເທດ, ກະຕຸ້ນເສດຖະກິດ, ກະຈາຍລາຍໄດ້ສູ່ຊຸມຊົນ, ຮັກສາໄວ້ມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນເປັນເອກະລັກຂອງຊາວເມືອງ ກໍຄືຊາວແຂວງວຽງຈັນ ທີ່ມີມາແຕ່ດົນນານ.
Cr: ບ່າວທົ່ງ-ລ້ອງງື່ມ