ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງທຸລະຄົມ ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ຫ້ອງວ່າການແຂວງວຽງຈັນ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນ້ຳທາ.

Oct 9, 2024

ໃນວັນທີ 8 ຕຸລາ 2024 ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ອົງການປົກຄອງເມືອງ ກໍຄືຕາງໜ້າ 42 ບ້ານ ໄດ້ນໍາເອົາເຄື່ອງໄປມອບໃຫ້ຫ້ອງວ່າການແຂວງວຽງຈັນ ເພື່ອນໍາໄປມອບຕໍ່ຊ່ວຍເຫຼືອບັນເທົາທຸກ ຕໍ່ພໍ່ແມ່ປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ, ໃນນັ້ນມີເຂົ້າສານ, ໝີ່ໄວໄວ, ເຄື່ອງນຸ່ງ, ທຽນເຫຼັ້ມບາດ, ແຟັບ, ເກືອ, ປາກະປ໋ອງ, ຢາແຄວຊ່ຽມ, ຢາແກ້ໄຂ-ແກ້ປວດ ລວມມູນຄ່າທັງໝົດ 85,735,000 ກີບ ເຊິ່ງກ່າວຮັບໂດຍ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ. ພ້ອມນັ້ນທ່ານ ຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍມາຍັງ ອໍານາດການປົກຄອງເມືອງທຸລະຄົມ ທີ່ໄດ້ເປັນຫ່ວງເປັນໃຍ ໃຫ້ການຊ່ວຍເຫຼືອ ຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ປະສົບໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ທາງຫ້ອງ ວ່າການແຂວງວຽງຈັນ ຈະໄດ້ທ້ອນໂຮມເອົາບັນດາວັດຖຸສິ່ງຂອງ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບຈາກ ການບໍລິຈາກຊ່ວຍເຫຼືອ ນໍາໄປມອບຕໍ່ແຈກຢາຍໃຫ້ພໍ່ແມ່ ປະຊາຊົນຜູ້ທີ່ປະສົບໄພພິບັດໃຫ້ໄດ້ຮັບຢ່າງທົ່ວເຖິງກັນ ແລະ ກໍຂໍເຊີນຊວນມາຍັງບັນດາຜູ້ປະກອບການ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ທີ່ມີຈິດໃຈຢາກເຂົ້າຮ່ວມ ຊ່ວຍເຫຼືອບໍລິຈາກເຄື່ອງຂອງ, ວັດຖຸ, ເງິນ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ເຖິງພໍ່ແມ່ປະຊາຊົນ ຜູ້ທີ່ປະສົບກັບໄພພິບັດຢູ່ແຂວງຫຼວງນໍ້າທາ ອີກດ້ວຍ.