ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງທຸລະຄົມ ປ່ອຍປາ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ພ້ອມປະກາດສ້າງຕັ້ງວັງສະຫງວນ ບ້ານຕານປ່ຽວ

Jul 15, 2024

ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ 2024 ຫ້ອງການກະສິກໍາ-ປ່າໄມ້ ເມືອງທຸລະຄົມ ໄດ້ສົມທົບກັບອົງການປົກຄອງບ້ານຕານປ່ຽວ ຜູ້ປະກອບການດ້ານການລ້ຽງປາ ແລະ ນັກທຸລະກິດພາຍໃນເມືອງ ໄດ້ປ່ອຍປາລົງສູ່ວັງສະຫງວນ (ແມ່ນໍ້າງື່ມຈໍານວນ 30.000 ໂຕ ໃນນີ້, ຫ້ອງການກະສິກໍາ-ປ່າໄມ້ເມືອງ ປ່ອຍປາ 5.000 ໂຕ, ກົມປ່າໄມ້ອຸທິຍານແຫ່ງຊາດພູເຂົາຄວາຍ 5.000 ໂຕ.
ພິທີປ່ອຍປາ ດັ່ງກ່າວ ຈັດຂຶ້ນໃນວັນທີ 12 ກໍລະກົດ 2024 ທີ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ. ມີ ທ່ານ ບຸນເລີດ ສີຫາປັນຍາ ຜູ້ປະຈໍາການແທນເຈົ້າເມືອງໆທຸລະຄົມ, ທ່ານ ນາງ ອຸລາພອນ ພົງສະຫວັດ ຮອງຫົວໜ້າກົມຈັດຕັ້ງ -ພະນັກງານ ກະຊວງກະສິກໍາ-ປ່າໄມ້, ທ່ານ ຄໍາສອນ ກຸນນະວົງ ຮັກສາການ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທຸລະຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາສອນ ກຸນນະວົງ ໄດ້ລາຍງານວ່າ: ໃນໜຶ່ງປີຜ່ານມາຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທຸລະຄົມ (ໜ່ວຍງານລ້ຽງສັດ ແລະ ການປະມົງ) ໄດ້ຊຸກຍູ້-ສົ່ງເສີມ ຂະບວນການລ້ຽງປາຢ່າງກວ້າງຂວາງ ທັງປະລິມານ ແລະ ຄຸນນະພາບທີ່ດີຂຶ້ນ. ໃນປີ 2024 ນີ້ໄດ້ສົ່ງເສີມຂະບວນການລ້ຽງປາຢູ່ແຕ່ລະບ້ານ, ຫົວໜ່ວຍທຸລະກິດຄອບຄົວຕ່າງໆ ເຊັ່ນ: ກຸ່ມລ້ຽງປາບ້ານໂພນຄໍາ (ໜອງນົກ) 90.000 ໂຕ, ໜອງເລັກ 10.000 ໂຕ, ກຸ່ມລ້ຽງປາບ້ານຖິ່ນຄໍາ (ໜອງສໍາຮອກ) 40.000 ໂຕ, ສະມາຄົມບໍານານຜູ້ສູງອາຍຸ (ໜອງໜາມ) 60.000 ໂຕ, ວັງສະຫງວນບ້ານຫລິ່ງຊັນ-ບ້ານນາຄອງ (ນໍ້າງື່ມ) 15.000 ໂຕ, ວັງສະຫງວນບ້ານບຸ່ງພ້າວ (ນໍ້າງື່ມ) 17.000 ໂຕ, ວັງສະຫງວນອ່າງນໍ້າປອດ-ນໍ້າຫາງ 10.000 ໂຕ, ວັງສະຫງວນຫາດສ້ຽວ (ນໍ້່າງື່ມ) 30.000 ໂຕ ແລະ ຍັງມີບັນດາຄອບຄົວຕົວແບບດ້ານການລ້ຽງປາໃນແຕ່ລະບ້ານ ລວມຈໍານວນປາທີ່ປ່ອຍທັງໝົດ 5,6 ລ້ານກວ່າໂຕ.
ນອກນັ້ນຍັງມີຄອບຄົວຕົວແບບການລ້ຽງປາປະສົມປະສານກັບການລ້ຽງໄກ່ພັນໄຂ່ ຈໍານວນ 21 ຄອບຄົວ ປ່ອຍປາລ້ຽງ 2.156.000 ໂຕ ແລະ ຍັງມີຄອບຄົວລ້ຽງປາໃນໜອງແຕ່ 10.000-30.000 ໂຕຂຶ້ນໄປໃນຂອບເຂດທົ່ວເມືອງ ລວມປາປ່ອຍທັງໝົດ 8.028.000 ໂຕ. ໃນພິທີຍັງໄດ້ປະກາດສ້າງຕັ້ງວັງສະຫງວນ ຢູ່ບ້ານຕານປ່ຽວ ຕື່ມອີກ
ຂ່າວ-ພາບ: ບ່າວຫາດໄຊ