ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງທຸລະຄົມ ມີທ່າແຮງການທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ທ່ອງທ່ຽວກະສິກໍາ, ໃນນັ້ນ ສະຖານທີ່ທ່ອງທ່ຽວທໍາມະຊາດຢາກຂໍແນະນໍາ ແລະ ເໝາະແກ່ການໄປພັກຜ່ອນ ມີ 9 ແຫ່ງເຊັ່ນ: ແດນສະຫວັນນໍ້າງື່ມຣີສອດ, ຣີສອດສວນເສືອປ່າ ແລະ ຮ້ານອາຫານເສືອປ່າຣີເວີໄຊ້, ອ່າງນໍ້າງື່ມ ທ່າເຮືອພູເອ່ນ ບ້ານນາເພີຍ ; ທ່ອງທ່ຽວທໍາມະຊາດຕາດຊາວວາ ບ້ານພູເກົ້ານາງ ຊົນເຜົ່າອິວມ່ຽນ ຕັ້ງຢູ່ແຄມອ່າງນໍ້າງື່ມ; ປີນຜາຫີນຂຶ້ນໄປພັກຜ່ອນນອນເຕັ້ນຝີງໄຟຢູ່ເທິງຈຸດຊົມວິວພູຜາໄດ໋-ຜາດ່າງ; ທໍາມະຊາດປ່າແປກ ແລະ ຈຸດຊົມວິວຜາງອຍ ບ້ານວັງເຮືອ; ທໍາມະຊາດອ່າງນໍ້າປອດ-ນໍ້າຫາງ; ຕາດຊ້າງເທວະດາບ້ານນາຫວ້າ, ຕາດຫີນປາຝາ ແລະ ຕາດຊ້າງເທວະດາບ້ານນາເງິນ ແລະ ທ່ອງທ່ຽວທໍາມະຊາດສາຍແມ່ນໍ້າງື່ມຊົມການປູກຝັງ-ລ້ຽງສັດ.
ນອກຈາກນີ້ ມີສະຖານທີ່ທ່ອງທ່ຽວວັດທະນະທໍາ ຕິດພັນກັບປະຫວັດສາດທີ່ໜ້າສົນໃຈເໝາະສົມໃນການສຶກສາຄົ້ນຄວ້າ ແລະ ທ່ຽວຊົມ ເຊັ່ນ: ວັດພຣະທາດມາຫຼ້າ ແລະ ວັດພຣະເຈົ້າໃຫຍ່ອົງແສນບ້ານນາລ້າ; ວັດພຣະທອງ 3 ສີ, ຮ່ອງຮອຍໂຮງປັ້ນຫລໍ່ພຣະພຸດທະຮູບສະໄໝອານາຈັກລາວລ້ານຊ້າງ ແລະ ສິມເກົ່າວັດກາງ ບ້ານຫຼິ່ງຊັນ; ວັດວຽງພຣະແກ້ວມົງຄຸນ-ຮ່ອງຮອຍຂຸມຄອງເຈົ້າຟ້າງຸ່ມ; ສິມເກົ່າວັດກາງເມືອງ ບ້ານເກິນກາງ; ວັດພຣະບາດດານເພີຍ; ວັດປ່າພຣະບາດນາຍາງ ພູເຂົາຄວາຍ ແລະ ວັດດອນຍາງວິເວກ; ພຣະພຸດທະຮູບຫີນ ແລະ ຮ່ອງຮອຍວັດສັກສິດເກົ່າແກ່ເທິງພູຜາໄດ໋-ຜາດ່າງ ຊາຍແດນເຊື່ອມຕໍ່ເມືອງແກ້ວອຸດົມ ແລະ ເມືອງລ້ອງຊານ.
ພ້ອມກັນນີ້ ຍັງມີສະຖານທີ່ທ່ອງທ່ຽວຕິດພັນກັບກະສິກໍາ 2 ແຫ່ງ ຄື: ຄອບຕົວແບບການປູກໝາກຖົ່ວລຽນພູຖໍ້າຄໍາ, ຟາມປູກຜັກ ແລະ ລ້ຽງສັດ.








