ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງທຸລະຄົມ ຫວນຄືນມູນເຊື້ອ ວັນຊາດ ທີ 2 ທັນວາ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ

Dec 2, 2024

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຈ້ງການຂອງຄະນະໂຄສະນາອົບຮົມ ແຂວງວຽງຈັນ ກໍຄືຄໍາເຫັນຊີ້ນໍາຂອງຄະນະປະຈໍາພັກ ແຂວງວຽງຈັນ ໃນການຈັດຕັ້ງພິທີໂຄສະນາປາຖະກະຖາເລົ່າມູນເຊື້ອ ແລະ ສ້າງຂະບວນການດ້ານຕ່າງໆ ຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920-13 ທັນວາ 2024) ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ມີຄວາມໝາຍສໍາຄັນຢ່າງເລິກເຊິ່ງ ຕິດພັນກັບການສ້າງຂະບວນການຂອງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຊຶ່ງໃນວັນທີ 29 ພະຈິກ 2024 ຜ່ານມານີ້, ຄະນະພັກ, ອົງການປົກຄອງເມືອງທຸລະຄົມ ປາຖະກະຖາ ເລົ່າຄື່ນມູນເຊື້ອ 2 ວັນສໍາຄັນດັ່ງກ່າວ ພ້ອມນີ້, ການນຳຂອງເມືອງຍັງໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫລໍ່ຂອງ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບນັບຖື, ລະນຶກບຸນຄຸນ, ຈົດຈໍາຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕໍ່ປະເທດຊາດບ້ານເມືອງ ຕໍ່ພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕະຫລອດໄລຍະຜ່ານມາ.
ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທຸລະຄົມ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນຊາດທີ 2 ທັນວາ ໂດຍຍົກໃຫ້ເຫັນສະພາບລວມຂອງປະເທດລາວ, ອານາຈັກລາວລ້ານຊ້າງໃນແຕ່ລະໄລຍະ ໂດຍສັງເຂບ, ໄລຍະທີ່ຮຸ່ງເຮືອງ, ໄລຍະເສົ້າໝອງ ຍ້ອນຖືກຮຸກຮານຈາກພວກສັກດີນາສະຫຍາມ ແລະ ພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ໃນເວລານັ້ນປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂົ່ມເຫັງ ຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີອິດສະຫລະພາບ, ຖືກເກນໄປເປັນຂ້ອຍຂ້າ, ເປັນຂ້າທາດຮັບໃຊ້ທຸກຮູບແບບ, ຍ້ອນທົນຕໍ່ການກົດຂີ່ຂົມເຫັງບໍ່ໄຫວ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຮື້ຂຶ້ນຕ້ານການປົກຄອງຂອງພວກເຂົາ ຢູ່ຫລາຍແຂວງ ຂອງປະເທດລາວ, ຊຶ່ງເລີ່ມຕົ້ນດ້ວຍ ຂະບວນການຕໍ່ສູ້ ຂອງພໍ່ກະດວດ, ອົງແສນ, ເຈົ້າຟ້າປັດໄຈ, ອົງແກ້ວ – ອົງກົມມະດໍາ, ນາຍຄູຄຳ ແລະ ຜູ້ອື່ນໆ, ແຕ່ກໍບໍ່ມີຂະບວນການຕໍ່ສູ້ໃດທີ່ສາມາດຍາດໄດ້ໄຊຊະນະຍ້ອນຫລາຍສາເຫດ, ແຕ່ປັດໄຈສໍາຄັນຕົ້ນຕໍແມ່ນບໍ່ມີພັກນໍາພາ, ເຖິງວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ແຕ່ປະຊາຊົນລາວບັນດາເຜົ່າກໍບໍ່ໄດ້ທໍ້ຖອຍ ແລະ ບໍ່ຍອມຈໍານົນສັດຕູ, ຄວາມຄຽດແຄ້ນຍິ່ງເພີ່ມທະວີ, ຂະບວນການຕໍ່ສູ້ ກໍນັບມື້ນັບຍົກລະດັບຂຶ້ນກາຍເປັນຂະບວນການຕໍ່ສູ້ ຂອງມະຫາຊົນທີ່ຂະຫຍາຍກວ້າງອອກໄປທົ່ວປະເທດ ແລະ ກໍາລັງຕໍ່ສູ້ປະຕິວັດກໍນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ; ຍົກໃຫ້ເຫັນໄຊຊະນະອັນຍິ່ງໃຫຍ່ໃນໄລຍະທີ່ຜູ້ນໍາພັກ, ແນວລາວຮັກຊາດ ຮ່ວມກັບປະຊາຊົນລາວບັນດາເຜົ່າໃນພາລະກິດຕໍ່ສູ້ຕີສັດຕູ ແລະ ພວກລູກແຫລ້ງຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ໂດຍການສະໜັບສະໜູນຂອງ ພັກ, ລັດ, ທະຫານ ແລະ ປະຊາຊົນຫວຽດນາມ ກໍຄືບັນດາປະເທດທີ່ຮັກຫອມສັນຕິພາບ ໃນເຄືອຂາຍລະບົບສັງຄົມນິຍົມ, ພາຍໃຕ້ກົນໄກການປົດປ່ອຍປະເທດຊາດ ພາຍໃຕ້ຍຸດທະວິທີການນໍາໃຊ້ 3 ບາດຄ້ອນຍຸດທະສາດ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ, ປະກາດສ້າງຕັ້ງ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງແມ່ນວັນທີ່ມີຄວາມໝາຍສໍາຄັນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫລະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.
ສໍາລັບການປາຖະກະຖາເລົ່າປະຫວັດມູນເຊື້ອຂອງ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນຄົບຮອບ 104 ປີ ທ່ານ ເຈົ້າເມືອງ ໄດ້ສະຫລຸບສັງລວມຊີວິດ, ການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງເພິ່ນໂດຍຫຍໍ້, ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ໄດ້ສ້າງມູນເຊື້ອການເຄື່ອນໄຫວປະຕິວັດຢ່າງອົງອາດກ້າຫານ, ຍອມເສຍສະຫລະທຸກສິ່ງຢ່າງເພື່ອຊາດ ແລະ ເພື່ອປະຊາຊົນ ຈົນກາຍມາເປັນນັກຮົບປະຕິວັດຜູ້ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ເປັນຜູ້ນໍາຂອງພັກ-ລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກປະຕິຮູບ, ເປັນນັກປຸກລະດົມຂົນຂວາຍ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດອັນສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ແລະ ເປັນຜູ້ວາງແນວທາງການຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບບຸງຍົກລະດັບເປັນກ້າວໆມາ, ບົດບາດຂອງ ສປປ ລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ນັບມື້ພົ້ນເດັ່ນຂຶ້ນ.
ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ເພື່ອເປັນທິດທາງ ແລະ ປຸກລະດົມແນວຄິດຈິດໃຈຂອງບັນດາພະນັກງານ-ລັດ ຖະກອນ, ການຈັດຕັ້ງທຸກຂັ້ນຂອງເມືອງ ແລະ ປະຊາຊົນບັນດາເຜົ່າ ເມືອງທຸລະຄົມ ຮັບຮູ້ເຂົ້າໃຈຕໍ່ປະຫວັດຄວາມເປັນມາຂອງຊາດລາວໃນແຕ່ລະໄລຍະ, ມູນເຊື້ອ ແລະ ຜົນງານຂອງການນໍາພາສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ; ຮຽນຮູ້ເອົາມູນເຊື້ອຂອງຊາດ, ຄຸນງາມຄວາມດີ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດອັນດີງາມ ຂອງປະທານ ໄກສອນ ພົມວິຫານ ໝູນໃຊ້ເຂົ້າໃນການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກ, ພະນັກງານຜູ້ດີເດັ່ນ ແລະ ເປັນປັນຍາຊົນທີ່ມີຄຸນນະພາບ ເພື່ອສືບຕໍ່ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕາມຍຸກສະໄໝ.