ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງທ່າແຂກສໍາເລັດງານບຸນອອກພັນສາ ແລະ ຊ່ວງເຮືອ ປະຈໍາປີ 2024

Oct 18, 2024

ບຸນອອກພັນສາ ແລະ ຊ່ວງເຮືອ ປະຈໍາປີ 2024 ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ພາຍຫຼັງທີ່ໄດ້ດໍາເນີນມາແຕ່ວັນທີ 15 -17 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານໃນຄະນະການນໍາຂັ້ນແຂວງ , ຂັ້ນເມືອງ, ແຂກຖືກເຊີນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ສີຫງວນ ອິນທະລາດ ຮອງເຈົ້າເມືອງທ່າແຂກ ຕາງໜ້າໃຫ້ແກ່ບັນດາອານຸກໍາມະການຕ່າງໆໄດ້ກ່າວລາຍງານວ່າ: ງານບຸນປະເພນີອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະຈຳປີ 2024 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-17 ຕຸລາ 2024 ທີ່ເທສະບານເມືອງທ່າແຂກ. ຜ່ານການຈັດຕັ້ງປະຕິບັດ ແລະ ກະກຽມຄວາມພ້ອມດ້ານຕ່າງໆດຳເນີນມາເປັນເວລາ 3 ວັນ ຊຶ່ງໄດ້ມີພິທີເປີດງານຢ່າງເປັນທາງການແຕ່ວັນທີ 15 ຕຸລາເປັນຕົ້ນມາ ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນຈາກພາຍໃນ ແລະ ຕ່າງແຂວງ ຈຳນວນທັງໝົດ 22 ລໍາ. ໃນນັ້ນ ເຮືອປະເພດ 30-35 ສີພາຍ ມີ 13 ລໍາ, ເຮືອປະເພດ 50-55 ສີພາຍ ມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບທີ່ມາຈາກນະຄອນພະນົມ 4 ລໍາ .
ຜົນການແຂ່ງຂັນເຮືອຊ່ວງປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ເຮືອ ແມ່ດອກຟ້າ ປຕທ ຕົ້ນເພັດນໍາໂຊກມາຈາກບ້ານປຸ່ງເໝືອ ເມືອງຫີນບູນໄດ້ຮັບລາງວັນເງິນສົດ 24 ລ້ານກີບ ພ້ອມຂັນເງິນ 1 ໜ່ວຍ, ທີ 2 ເຮືອ ມັງກອນຄາຍຢວນ ມາຈາກບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟໄດ້ຮັບລາງວັນເງິນສົດ 19 ລ້ານກີບ, ທີ 3 ເຮືອ ເພັດສີໂພໄຊ ມາຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດໄດ້ຮັບລາງວັນເງິນສົດ 16 ລ້ານກີບ, ທີ 4 ເຮືອ ຂຸນພົນເມືອງວັງ ຊັນເຊັດ ມາຈາກບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟໄດ້ຮັບລາງວັນເງິນສົດ 13 ລ້ານກີບ, ໃຫ້ກຽດມອບຂັນ-ລາງວັນ-ໃບຍ້ອງຍໍຮ່ວມໂດຍທ່ານ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫວາງ ບິນ ຮອງອໍານວຍການບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ. ເຮືອຊ່ວງປະເພດ 30-35 ສີພາຍ ທີ 1 ເຮືອ ແມ່ດອກຟ້າ ປຕທ ຕົ້ນເພັດນໍາໂຊກ ມາຈາກບ້ານປຸ່ງເໝືອ ເມືອງຫີນບູນໄດ້ຮັບລາງວັນເງິນສົດ 16 ລ້ານກີບ ພ້ອມດ້ວຍຂັນເງິນ 1 ໜ່ວຍ, ທີ 2 ເຮືອເທບທິລາດ ມາຈາກບ້ານປາກເປັ່ງ ເມືອງເຊບັ້ງໄຟໄດ້ຮັບລາງວັນເງິນສົດ 13 ລ້ານກີບ, ທີ 3 ເຮືອ ທະນາຄານພັດທະນາລາວ (LDB) ນາງຄໍາໄຫຼ ມາຈາກບ້ານນາເມືອງ ເມືອງທ່າແຂກໄດ້ຮັບລາງວັນເງິນສົດ 10 ລ້ານກີບ.
ສໍາລັບການແຂ່ງຂັນເຮືອຊ່ວງມິດຕະພາບ ຕາງໜ້າແຂວງນະຄອນພະນົມ (ປະເທດໄທ) ມີເຮືອເຂົ້າຮ່ວມ 4 ລໍາ. ຜົນການແຂ່ງຂັນເຮືອຊ່ວງມິດຕະພາບລະຫວ່າງທ່າແຂກ-ນະຄອນພະນົມ, ທີ 1 ເຮືອລູກດອກຟ້າ ປຕທ ຕົ້ນເພັດນໍາໂຊກ ບ້ານປຸ່ງເໝືອ ເມືອງຫີນບູນໄດ້ຮັບລາງວັນເງິນສົດ 14 ລ້ານກີບພ້ອມດ້ວຍຂັນເງິນ 1 ໜ່ວຍ, ທີ 2 ເຮືອທະນາຄານພັດທະນາລາວ (LDB) ນາງຄໍາໄຫຼ ມາຈາກບ້ານນາເມືອງ ເມືອງທ່າແຂກໄດ້ຮັບລາງວັນເງິນສົດ 12 ລ້ານກີບ, ທີ 3 ເຮືອ ພອນພະອິນປົງ ບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດໄດ້ຮັບລາງວັນເງິນສົດ 10 ລ້ານກີບ.
ນອກຈາກນັ້ນຍັງໄດ້ມີການແຂ່ງຂັນຮອບພິເສດຕີຊ້າງນໍ້ານອງໂດຍມີເຮືອເຂົ້າຮ່ວມການແຂ່ງຂັນທັງໝົດ 11 ລໍາ, ເຮືອ 30-35 ສີພາຍ 7 ລໍາ ແລະ ເຮືອ 50-55 ສີພາຍ 4 ລໍາ. ພ້ອມກັນນັ້ນຍັງໄດ້ມອບໃບຍ້ອງຍໍ ແລະ ເງິນສະໜັບສະໜູນຈໍານວນໜຶ່ງໃຫ້ແກ່ບັນດາໜ່ວຍສິລະປະທີ່ມາຈາກພາກສ່ວນຕ່າງໆ ແລະ ເຮືອເຊີ້ງຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄໍາມ່ວນທີ່ໄດ້ສ້າງສີສັນໃຫ້ກັບງານບຸນໃນປີນີ້ອີກດ້ວຍ .