ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງທ່າໂທມ ເພີ່ມທະວີເຝົ້າລະວັງການລະບາດ ພະຍາດອະຫິວາໝູ

Mar 3, 2025

ການລະບາດຂອງພະຍາດອະຫິວາໝູ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ກໍາລັງໄດ້ຮັບການແກ້ໄຂ ຢ່າງຮີບດ່ວນ ຈາກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ກໍຄື ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າໂທມ ໂດຍໄດ້ວາງມາດຕະການດ້ານຕ່າງໆ ເພື່ອສະກັດກັ້ນ ແລະ ຄວບຄຸມ ບໍ່ໃຫ້ພະຍາດອະຫິວາໝູ ແຜ່ຂະຫຍາຍເປັນວົງກວ້າງ.
ທ່ານ ບຸນຜອງ ຄຳມີໄຊ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ນັບແຕ່ເລີ່ມມີການລະບາດ ຂອງພະຍາດອະຫິວາໝູ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າໂທມ ກໍຄື ທີມງານສັດຕະວະແພດເມືອງ ໄດ້ລົງສົມທົບກັບ ເຈົ້າຂອງສັດ ບ້ານວັງໄຮ ເພື່ອກວດກາໝູ ທີ່ສົ່ງໄສຕິດເຊື້ອພະຍາດ ແລະ ໄດ້ເກັບຕົວຢ່າງເລືອດ ສົ່ງໄປສູນວິໄຈພະຍາດສັດ, ພ້ອມທັງໄດ້ນໍາໃຊ້ມາດຕະການ ຫ້າມເຄື່ອນຍ້າຍສັດອອກນອກບໍລິເວນຄອກ ເພື່ອຫລີກລ່ຽງການແພ່ລະບາດພະຍາດສັດ, ຫ້າມຜ່າຊາກສັດ, ຄົວສັດເພື່ອບໍລິໂພກ ຫລື ຈໍາໜ່າຍ ແລະ ອື່ນໆ. ພ້ອມນີ້, ສັດຕາຍໃຫ້ຝັງ ແລະ ຂ້າເຊື້ອຕາມເຕັກວິຊາການ, ພ້ອມທັງໃຫ້ອະນາໄມຄອກ, ສີດຢາຂ້າເຊື້ອ ແລະ ອື່ນໆ.
ຜ່ານການເກັບຕົວຢ່າງໄປກວດ ສູນວິໄຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໄດ້ຢັ້ງຢືນຜົນການວິໄຈວ່າ: ພົບເຊື້ອພະຍາດອະຫິວາໝູອາຟຣິກາ ເຊິ່ງແມ່ນເຊື້ອພະຍາດຕິດຕໍ່ຮ້າຍແຮງພະຍາດໜຶ່ງຂອງໝູ, ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ, ທຸກອາຍຸ ແລະ ທຸກເພດໄວ ລວມທັງໝູປ່າ, ມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາປ້ອງກັນ, ບໍ່ມີຢາປິ່ນປົວໂດຍກົງ, ອັດຕາການຕາຍຂອງໝູທີ່ຕິດເຊື້ອພະຍາດນີ້ ສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ.
ເພື່ອສະກັດກັ້ນ, ຕ້ານ ແລະ ຕອບໂຕ້ພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ແພ່ລະບາດເປັນວົງກວ້າງ ພາກສ່ວນທີ່ກ່ຽວຂ້ອງ ກໍຄື ອຳນາດການປົກຄອງເມືອງທ່າໂທມ ໄດ້ປະກາດເຂດສີແດງ 1 ບ້ານ ຄື: ບ້ານວັງໄຮ ເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ, ປະກາດເຂດສີເຫລືອງຄື: ບ້ານປາກຍອງ ເມືອງທ່າໂທມ ແລະ ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແລະ ປະກາດເຂດເຝົ້າລະວັງ 24 ບ້ານ ພາຍໃນເມືອງ (ນອກຈາກເຂດທີ່ມີການລະບາດ).
ຂ່າວ: ທະນູທອງ